ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງອະນຸວົງ ແຂວງໄຊສົມບູນ ຈະສ້າງຕັ້ງທັງໝົດ 4 ຕາແສງ

Feb 19, 2025

ວັນທີ 12 ກຸມພາ 2025 ຜ່ານມານີ້ ເມືອງອະນຸວົງພ້ອມດ້ວຍຄະນະຮັບ ຜິດຊອບຄັ້ງແຂວງ ແລະ ເມືອງໄດ້ຈັດກອງປະຊຸມຄົ້ນຄວ້າສ້າງຊື່ຕາແສງ ແລະ ເອກະພາບທີ່ຕັ້ງຂອງຕາແສງ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການເມືອງອະນຸວົງ.
ກອງປະຊຸມໄດ້ຮັບຟັງການຜ່ານແຈ້ງການ ສະບັບ ເລກທີ 08/ພນ ລົງວັນທີ່ 21 ມັງກອນ 2025 ເຊິ່ງໄດ້ໃຫ້ຮູ້ວ່າຂັ້ນຕອນໃນການຄົ້ນຄວ້າສິ່ງທີຄວນຄໍານຶງເຖິງຄວາມຈໍາເປັນ, ດ້ານຄຸນລັກສະນະຈຸດພິເສດ, ພູມສັນຖານ, ຄວາມສະດວກໃນການເດີນທາງໄປມາ, ການເຂົ້າເຖິງດ້ານການບໍລິການຂອງລັດ, ພ້ອມນັ້ນ ໄດ້ຟັງການຜ່ານບົດບັນທຶກກອງປະຊຸມຄັ້ງວັນທີ່ 3 ກຸມພາ 2025 ທີ່ໄດ້ພ້ອມກັນເອກະພາບບາງວຽກໃນເບື້ອງຕົ້ນວ່າ: ເມືອງອະນຸວົງ ຈະສ້າງຕັ້ງທັງໝົດ 4 ຕາແສງ ຄື:
– ຕາແສງທີ 1: ກຸ່ມບ້ານເທດສະບານ: ມີຊື່ວ່າ ຕາແສງ ສະຫງົບສົມບູນ ສໍານັກງານຕັ້ງຢູ່ ຫ້ອງການກຸ່ມບ້ານນໍ້າຍອນປະກອບມີ ບຸກຄະນະລາກອນທັງໜົດ 12 ທ່ານ.
– ຕາແສງທີ 2: ກຸ່ມບ້ານອອມ: ມີຊື່ວ່າ ຕາແສງເພຍຫຼວງ, ສໍານັກງານຢູ່ຫ້ອງການບ້ານອອມ, ມີບຸກຄະລາກອນທັງໝົດ 10 ທ່ານ.
– ຕາແສງທີ 3: ກຸ່ມບ້ານອ່າວ: ມີຊື່ວ່າ ຕາແສງອ່າວໄຊ ມີທີຕັ້ງຢູ່ຫ້ອງການກຸ່ມບ້ານອ່າວໄຊ, ມີບຸກຄະລະກອນທັງໝົດ 10 ທ່ານ.
– ຕາແສງທີ່ 4: ກຸ່ມບ້ານໂພນພະ: ມີຊື່ວ່າ ຕາແສງໂພນຈະເລີນ, ສໍານັກງານຕັ້ງຢູ່ຫ້ອງການກຸ່ມບ້ານໂພນພະ, ມີບຸກຄະລະກອນ 12 ທ່ານ.
Cr: ເຢຍເຮີ ເຊ່ຍຟຸງ