ເມືອງຮຸນ ແຂວງອຸດົມໄຊ ກຽມຈັດບຸນປະເພນີຊ່ວງເຮືອ ຕິດພັນກັບປີທ່ອງທ່ຽວລາວ 2024

ງານຄັ້ງນີ້ຈະຈັດຂຶ້ນ ລະຫວ່າງ ວັນທີ 17-18 ຕຸລາ 2024 ປະກອບມີຫລາຍກິດຈະກຳ ຄື:
– ການແຂ່ງຂັນເຮືອປະເພດຍິງ ແລະ ປະເພດຊາຍ.
– ງານຕະຫລາດນັດວາງສະແດງສີນຄ້າພາຍໃນ ແລະ ຕ່າງປະເທດ
– ຊົມການສະແດງສີນລະປະ-ວັນນະຄະດີເຊັ່ນ: ການຕ໋ອຍເກີງ, ຮ້ອງເພງ, ຂັບລຳທອງຖີ່ນ ແລະ ບົດຟ້ອນຕ່າງໆ.
– ການປະກວດເຮືອງາມ ແລະ ຊີມອາຫານພື້ນເມືອງຂອງເມືອງຮຸນ.
– ການປະກວດນາງສາວ ເມືອງຮຸນປະຈຳປີ 2024
– ຊົມບູດວາງສະແດງຜະລິດຕະພັນການທ່ອງທ່ຽວ ແລະ ບູດສີນຄ້າຜະລິດຕະພັນຂອງເມືອງ.





