ວັນທີ 13 ມັງກອນ 2025 ນີ້ ຊ່ຽວຊານຄົ້ນຄວ້າວັດຖຸບູຮານ ຈາກປະເທດຝຣັ່ງ ສົມທົບກັບ ກົມຄຸ້ມຄອງມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ໄດ້ລົງສຳຫຼວດພື້ນທີ່ຊອກຫາສິ້ນສ່ວນກະດູກມະນຸດບູຮານ ຢູ່ຖ້ຳຍືນ, ຖ້ຳຜາຂາວ ເຂດຍອດຫ້ວຍຮີດ ເມືອງຮ້ຽມ ແຂວງຫົວພັນ ໂດຍໄດ້ພົບເຫັນພະພຸດທະຮູບເກົ່າແກ່ຈຳນວນໜຶ່ງ ດັ່ງນັ້ນ, ທາງກົມຄຸ້ມຄອງມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ແຈ້ງຕໍ່ອົງການປົກຄອງເມືອງຮ້ຽມຮັບຊາບ ພ້ອມທັງໄດ້ແຕ່ງຕັ້ງພະນັກງານວິຊາການ ຫ້ອງການທີ່ກ່ຽວຂ້ອງຂອງເມືອງລົງກວດກາພື້ນທີ່ຕົວຈິງ ເຫັນວ່າມີມູນຄວາມຈິງ ເຊິ່ງພະພຸດທະຮູບທີ່ພົບເຫັນໃນຄັ້ງນີ້ມີຈຳນວນ 25 ອົງ, ຍັງສົມບູນ 4 ອົງ ແລະ ຂັວນຫີນ 1 ອັນ ຕາມການສັນນິຖານຂອງຊ່ຽວຊານດ້ານວັດຖຸບູຮານ ຄາດວ່າມີອາຍຸ ປະມານ 200-300 ປີ ຫຼັງອານາຈັກລາວລ້ານຊ້າງ. ປັດຈຸບັນ ພະພູດທະຮູບດັ່ງກ່າວ ເມືອງຮ້ຽມ ໄດ້ເອົາມາເກັບຮັກສາໄວ້ຢູ່ວັດພະທາດຮ້ຽມ ໂພໄຊຍະຣາມ.









