ຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງເວິນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຜົນເສຍຫາຍຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ໃນວັນທີ 21 ສິງຫາ ຜ່ານມານີ້ ດັ່ງມີລາຍລະອຽດລຸ່ມນີ້.
– ຜົນກະທົບດ້ານແຮງງານ ແລະ ສະຫວັດດີການສັງຄົມ: ນໍ້າ ຖ້ວມເຮືອນປະຊາຊົນເສຍຫາຍ ຈຳນວນ 2 ບ້ານຄື: ບ້ານ ແກ້ວດອນຄູນ ແລະ ບ້ານ ບີໝີ ມີມູນຄ່າເສຍຫາຍທັງໝົດ 716,452,000 ກີບ. II.
– ຜົນກະທົບດ້ານໂຍທາທິການ ແລະ ຂົນສົ່ງ ມູນຄ່າເສຍຫາຍ 3,188,250,000 ກີບ. III.
– ຜົນກະທົບດ້ານກະສິກຳ ເກີດມີນ້ຳຖ້ວມກໍໃຫ້ຖືກຜົນກະທົບທາງດ້ານກະສິກຳຈຳນວນ 14 ບ້ານ: ຈຳນວນຄອບຄົວ 1.171 ຄອບຄົວ, ມີມູນຄ່າເສຍຫາຍ ທັງໝົດ 15,748,625,000 ກີບ. ລວມມູນຄ່າທັງໝົດ 19.153.327.000 ກີບ.
ຂ່າວ: ອິນແປງ ແຫວນຄໍາ





