ເພື່ອເປັນການກະກຽມຄວາມພ້ອມຮອບດ້ານ ໃນງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2025 ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ທີ່ຈະໄດ້ຈັດຂຶ້ນໃນວັນທີ 13-14 ກັນຍາ 2025 ນັ້ນ, ໃນວັນທີ 9 ກັນຍາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໄດ້ຈັດກອງປະຊຸມ ກະກຽມຄວາມພ້ອມ ໃນການຈັດການແຂ່ງຂັນກິລາຊ່ວງເຮືອປະຈໍາປີ ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ມີຮອງປະທານຄະນະກໍາມະການປົກຄອງເມືອງ, ຄະນະຮັບຜິດຊອບຈັດການແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2025 ແລະ ນາຍບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ໄດ້ສະເໜີຈຸດປະສົງຂອງກອງປະຊຸມ. ຈາກນັ້ນ, ຕາງໜ້າແຕ່ລະອານຸກໍາມະການໄດ້ລາຍງານການກະກຽມຄວາມພ້ອມຂອງອານຸກໍາມະການຕົນ.ຕອນທ້າຍ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ ຍັງໄດ້ມີຄໍາເຫັນຊີ້ນໍາແຕ່ລະອານຸກໍາມະການ ແລະ ບ້ານເຈົ້າພາບ (ບ້ານຈອມແກ້ວ) ສືບຕໍ່ກະກຽມຄວາມພ້ອມຮອບດ້ານຕາມການຄວາມຮັບຜິດຊອບ ເພື່ອເຮັດໃຫ້ງານແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2025 ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ມີຄວາມສະຫງົບປອດໄພ 100 ສ່ວນຮ້ອຍ.

ຂ່າວ: ແກ່ນທ້າວ


