ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດງານແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖິ່ນພື້ນເມືອງລາວ (4 ເມືອງໃຕ້) ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 3 ກໍລະກົດ 2025 ໂດຍມີທ່ານ ຈິນດາ ກະທາທອງ ຮອງເລຂາພັກເມືອງແກ່ນທ້າວ, ທ່ານ ກອງໄລ ວິໄລພອນ ຮອງຫົວໜ້າພະແນກພະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍນັກສະແດງຂອງເມືອງແກ່ນທ້າວ, ເມືອງບໍ່ແຕນ, ເມືອງປາກລາຍ, ເມືອງທົ່ງມີໄຊ ແລະ ຜູ້ຊົມ-ຜູ້ເຊຍເຂົ້າຮ່ວມຢ່າງຄຶກຄື້ນ.
ການແຂ່ງຂັນດົນຕີ ແລະ ຂັບລຳທ້ອງຖິ່ນພື້ນເມືອງລາວ ຄັ້ງນີ້ ກໍເພື່ອເປັນການຄັດເລືອກເອົາລາຍການສະແດງ ທີ່ໄດ້ຊະນະເລີດ ເພື່ອເປັນຕົວແທນຂອງ 4 ເມືອງໃຕ້ ເຂົ້າຮ່ວມການແຂ່ງຂັນການສະແດງ ຢູ່ຂັ້ນແຂວງ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ເປັນຂະບວນຟົດຟື້ນ. ໂດຍມີນັກສະແດງຂອງ 4 ເມືອງ ເຂົ້າຮ່ວມແຂ່ງຂັນ ເມືອງລະ 2 ລາຍການ ລວມທັງໝົດ 8 ລາຍການ. ນອກຈາກນັ້ນ, ຍັງມີການສະແດງສິລະປະ ຂອງແຕ່ລະເມືອງ ແລະ ຮັບຟັງສຽງເພງຈາກນັກຮ້ອງຮັບເຊີນ ເພື່ອຂັ້ນລາຍການຢ່າງເບີກບານມ່ວນຊື່ນ. ຜ່ານການແຂ່ງດົນຕີເພັງດວງຈໍາປາ ແລະ ຂັບລໍາທ້ອງຖິ່ນ ລໍາຕັບເຕົ່າ ເມືອງແກ່ນທ້າວ ໄດ້ເປັນຕົວແທນຂອງ 4 ເມືອງໄປຮ່ວມການສະແດງຢູ່ຂັ້ນແຂວງ.
ພ້ອມນີ້, ງານດັ່ງກ່າວ ຍັງເປັນການຮັກສາໄດ້ວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄື ຂອງທ້ອງຖິ່ນ ໃຫ້ຢູ່ຄູ່ກັບກັບປະຊາຊົນຄົນຮຸ່ນໃໝ່ ໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ສືບທອດໄປຊົ່ວເຊັ່ນລູກເຊັ່ນຫລານ ທັງເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງຄະນະພັກ, ອົງການປົກຄອງຕະຫລອດຮອດປະຊາຊົນທຸກຊັ້ນຄົນທັງ 4 ເມືອງ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ.



