ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງແກ່ນທ້າວ ມີນັກຮຽນສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ (ມ.7) 200 ກວ່າຄົນ.

Jun 20, 2025

ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີໂຮງຮຽນມັດທະຍົມສົມບູນ ທັງໝົດ 6 ແຫ່ງ ມີນັກຮຽນສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ (ມ.7) ທັງໝົດ 200 ກວ່າຄົນ, ຍິງ 100 ກວ່າຄົນ. ໃນນີ້, ມສ ແກ່ນທ້າວ 80 ກວ່າຄົນ, ຍິງ 40 ກວ່າຄົນ, ມສ ເມືອງໝໍ 50 ກວ່າຄົນ, ຍິງ 20 ກວ່າຄົນ, ມສ ຫ້ວຍເລິກ 20 ກວ່າຄົນ, ຍິງ 7 ຄົນ, ມສ ດອນເມນ 7 ຄົນ, ຍິງ 7 ຄົນ, ມສ ປາກແຄມ 10 ກວ່າຄົນ, ຍິງ 7 ຄົນ ແລະ ມສ ບ້ານໜອງ 30 ກວ່າຄົນ, ຍິງ 10 ກວ່າຄົນ ມີ 1 ສູນສອບເສັງ, ມີ 11 ຫ້ອງສອບເສັງ.
ໃນຕອນເຊົ້າວັນທີ 18 ມິຖຸນາ 2025 ນີ້, ໄດ້ເລີ່ມສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ (ມ.7) ຢ່າງເປັນທາງການ ຢູ່ທີ່ສູນສອບເສັງ ມສ ແກ່ນທ້າວ ໂດຍການເປັນກຽດເຂົ້າຮ່ວມຕັດຫົວບົດສອບເສັງຂອງທ່ານ ສີຄານ ແກ່ນມະນີ, ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງແກ່ນທ້າວ, ມີຄະນະຮັບຜິດຊອບຊີ້ນໍາລວມ ການສອບເສັງຈົບຊັ້ນ ມັດທະຍົມສຶກສາ ຕອນປາຍ (ມ.7), ຄະນະກໍາມະການເຝົ້າຫ້ອງສອບເສັງ ແລະ ນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ສົກຮຽນ 2024-2025 ມີວິຊາສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ (ມ.7) ທັງໝົດ 5 ວິຊາ ຄື: ວິຊາ ພາສາລາວ-ວັນນະຄະດີ, ວິຊາ ວິທະຍາສາດສັງຄົມ, ວິຊາ ວິທະຍາສາດທໍາມະຊາດ, ວິຊາ ພາສາອັງກິດ ແລະ ວິຊາ ຄະນິດສາດ ເຊິ່ງຈະໄດ້ດໍາເນີນ ໄປຮອດວັນທີ 20 ມິຖຸນາ 2025 ຈຶ່ງຈະສໍາເລັດ.
ຂ່າວ: ແກ່ນທ້າວ.
ພາບ: ຄໍາຜາຍ ສຸລິຍະວົງ.