ໃນປີ 2024 ຜ່ານມາ, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ສົ່ງອອກສິນຄ້າ ປະເພດມັນຕົ້ນແຫ້ງ ໄປຕ່າງປະເທດ ໄດ້ທັງໝົດ 310.960 ໂຕນ ທຽບໃສ່ແຜນການປີປະຕິບັດໄດ້ 96,72%, ມູນຄ່າ 39.661.200 ໂດລາສະຫະລັດ. ສຳລັບລາຄາຊື້ຂາຍມັນຕົ້ນ ຢູ່ພາຍໃນເມືອງ ໃນປີ 2024 ຜູ້ປະກອບການໄດ້ເກັບຊື້ມັນຕົ້ນນຳປະຊາຊົນ (ມັນດິບ) ລາຄາ 1.170 ກີບຕໍ່ກິໂລ ທຽບໃສ່ປີຜ່ານມາ ລາຄາຫລຸດລົງ 130 ກີບ, ລາຄາມັນຕົ້ນຕາກແຫ້ງ 2.860 ກີບຕໍ່ກິໂລ ທຽບໃສ່ປີຜ່ານມາ ລາຄາຫລຸດລົງ 1.040 ກີບ.
ທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວ ໄດ້ລາຍງານກ່ຽວກັບການສົ່ງເສີມການປູກ ແລະ ການເກັບຊື້-ສົ່ງອອກມັນຕົ້ນຢູ່ພາຍໃນເມືອງ ໃນກອງປະຊຸມປຶກສາຫາລື ກ່ຽວກັບການເກັບຊື້ ແລະ ສົ່ງອອກຜະລິດຕະພັນກະສິກໍາ (ມັນຕົ້ນ) ຊຶ່ງຈັດຂຶ້ນໃນວັນທີ 4 ມັງກອນ 2025 ຜ່ານມານີ້ວ່າ: ໃນໄລຍະ 1 ປີຜ່ານມາ, ເມືອງແກ່ນທ້າວ ມີເນື້ອທີ່ປູກມັນຕົ້ນ ຕາມແຜນ 18.000 ເຮັກຕາ, ປະຕິບັດໄດ້ຕົວຈິງ 17.600 ກວ່າເຮັກຕາ ເທົ່າກັບ 97,97% ຂອງເນື້ອທີ່ແຜນການ, ຜະລິດຕະພາບ 32,42 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 571.700 ກວ່າໂຕນ ມາຮອດປັດຈຸບັນສາມາດເກັບກູ້ໄດ້ 4.470 ກວ່າເຮັກຕາ ເທົ່າກັບ 25,40 ສ່ວນຮ້ອຍ ຜົນຜະລິດທັງໝົດ 145.190 ກວ່າໂຕນ.
ຕໍ່ກັບການຊຸກຍູ້ສົ່ງເສີມການເກັບຊື້ ແລະ ສົ່ງອອກ ມັນຕົ້ນ ທາງເມືອງ ແລະ ນັກທຸລະກິດ-ຜູ້ປະກອບການ(ກຸ່ມສົ່ງເສີມການຜະລິດກະສິກຳ ເພື່ອສົ່ງອອກຂອງເມືອງ) ໄດ້ມີການປະຊຸມຮ່ວມກັນ ເພື່ອປຶກສາຫາລື ກ່ຽວກັບການຊອກຫາຕະຫລາດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຈຳໜ່າຍຜົນຜະລິດກະສິກຳ (ປະເພດມັນຕົ້ນ) ແລະ ປຶກສາຫາລືກ່ຽວກັບການກຳນົດລາຄາມັນຕົ້ນດິບ-ມັນຕາກແຫ້ງ ຕາມລາຄາທ້ອງຕະຫລາດໃນແຕ່ລະໄລຍະ. ປັດຈຸບັນທົ່ວເມືອງແກ່ນທ້າວ ມີບໍລິສັດເກັບຊື້ຜົນຜະລິດກະສິກຳ ເພື່ອສົ່ງອອກ 19 ບໍລິສັດ ໄດ້ຈັດຕັ້ງເປັນ 1 ກຸ່ມ, ມີບໍລິສັດທີ່ເຂົ້າເປັນສະມາຊິກກຸ່ມ 18 ບໍລິສັດ, ທົ່ວເມືອງມີລານຕາກມັນຕົ້ນ 23 ລານ. ນອກຈາກນີ້, ຍັງມີບໍລິສັດຈາກຕ່າງເມືອງ ທີ່ມາປະກອບເອກະສານສົ່ງອອກສິນຄ້າ ຜ່ານສູນບໍລິການປະຕູດຽວ ຂອງເມືອງແກ່ນທ້າວ 10 ບໍລິສັດ, ເຊິ່ງໄລຍະຜ່ານມາ ໄດ້ປະຕິບັດຕາມນະໂຍບາຍຂອງພັກ-ລັດ ກ່ຽວກັບການແປຮູບຜະລິດຕະພັນຕ່າງໆກ່ອນສົ່ງອອກ ໂດຍສະເພາະ ມັນຕົ້ນ ຕ້ອງໃຫ້ມີການຕາກແຫ້ງ ຈຶ່ງສົ່ງອອກໄດ້.



