ຊາວກະສິກອນທົ່ວເມືອງແກ້ວອຸດົມ ແຂວງວຽງຈັນ ກໍາລັງຂຸ້ນຂ້ຽວປັກດໍາເຂົ້ານາປີຂອງຕົນເພື່ອໃຫ້ທ່ວງທັນກັບສະພາບດິນຟ້າອາກາດ ກໍ່ຄືລະດູການຜະລິດເຂົ້ານາປີໃນປີ 2024ນີ້.
ທ່ານ ກົງໃຈ ພົມມະຈັນ ຫົວໜ້າໜ່ວຍງານປູກຝັງ ທີ່ຂຶ້ນກັບຫ້ອງການກະສິກໍາ-ປ່າໄມ້ເມືອງແກ້ວອຸດົມ ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາວ່າ: ທົ່ວເມືອງມີແຜນປູກເຂົ້ານາປີໃຫ້ໄດ້ 1.400 ເຮັກຕາ ແລະ ນໍາໃຊ້ແນວພັນເຂົ້າປູກທັງໝົດ 98.000 ໂຕນກວ່າ, ໃນນີ້ນາຢອດ 208 ເຮັກຕາ, ນາຫວ່ານ 842,9 ເຮັກຕາ, ສະເພາະການໄຖຮຸດນາສໍາເລັດ 100%, ຕົກກ້າສໍາເລັດ 100%, ມາຮອດປະຈຸບັນນາຢອດປະຕິບັດໄດ້ແລ້ວ 208 ເຮັກຕາ ຂອງເນື້ອທີ່ທັງໝົດ, ນາຫວ່ານປະຕິບັດໄດ້ແລ້ວ 842,9 ເຮັກຕາ ຂອງເນື້ອທີ່ທັງໝົດ ແລະ ການປັກດໍາເຂົ້ານາປີແມ່ນສໍາເລັດແລ້ວ 100% ຂອງເນື້ອທີ່ນາປັກດໍາຕົວຈິງທັງໝົດ 213,83 ເຮັກຕາ, ແນວພັນເຂົ້າທີ່ປະຊາຊົນມັກນໍາໃຊ້ຈະເປັນແນວພັນເຂົ້າປັບປຸງເປັນສ່ວນໃຫຍ່ ບໍ່ວ່າຈະເປັນແນວພັນເຂົ້າທ່າດອກຄໍາ 7 ແລະ ແນວພັນເຂົ້າທ່າດອກຄໍາ 11 ແລະ ແນວພັນເຂົ້າພື້ນເມືອງຫອມສະງ່ຽງ ເພາະເໝາະສົມກັບສະພາບດິນນາ.
ທ່ານ ກົງໃຈ ພົມມະຈັນ ຫົວໜ້າໜ່ວຍງານປູກຝັງ ຍັງເວົ້າອີກວ່າ: ນອກຈາກການປູກເຂົ້ານາປີແລ້ວ ຊາວກະສິກອນໃນທົ່ວເມືອງແກ້ວອຸດົມ ຍັງໄດ້ປູກພືດລະດູຝົນຕື່ມອີກ ເປັນຕົ້ນແມ່ນປູກມັນຕົ້ນ, ໝາກແຕງ, ສາລີ ແລະ ພືດຜັກຕ່າງໆໃນເນື້ອທີ່ 594 ເຮັກຕາ.
ຂ່າວ: ດາວເພັດ



