ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງແກ້ວອຸດົມ ຜ່ານແຜນແມ່ບົດພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວອ່າງນ້ຳງື່ມ 1

Jun 24, 2024

ກອງປະຊຸມຜ່ານຮ່າງເນື້ອໃນແຜນແມ່ບົດພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນານີ້ ທີ່ຫ້ອງວ່າການເມືອງແກ້ວອຸດົມ ໂດຍການເປັນປະທານຮ່ວມຂອງ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແລະ ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດາວເຮືອງ ນັນທະວົງ ກ່າວວ່າ: ການສ້າງແຜນພັດທະນາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ 1 ແມ່ນໜຶ່ງໃນຍຸດທະສາດຂອງການພັດທະນາຢ່າງເປັນລະບົບ ເພື່ອຄຸ້ມຄອງ ແລະ ຄວບຄຸມການຂະຫຍາຍຕົວຂອງການທ່ອງທ່ຽວຢູ່ອ່າງນ້ຳງື່ມ ໃຫ້ມີຄວາມຍືນຍົງ, ຮັກສາຊັບພະຍາກອນການທ່ອງທ່ຽວຢ່າງເໝາະສົມ, ການຮັກສາສິ່ງແວດລ້ອມ-ວັດທະນະທຳ-ສັງຄົມ ທີ່ເປັນເອກະລັກໄວ້ກັບທ້ອງຖິ່ນຕະຫຼອດໄປ, ຊຶ່ງແຜນພັດທະນາການທ່ອງທ່ຽວສະບັບນີ້ ຈະສາມາດຊ່ວຍໃນການປົກປັກຮັກສາພູມສັນຖານ, ຄຸນນະພາບນໍ້າ ແລະ ຊຸມຊົນຈາກການພັດທະນາ ປະຕິບັດລະບຽບການຈັດສັນແບ່ງເຂດ, ຊຸກຍູ້ການພັດທະນາທີ່ເໝາະສົມກັບລະບຽບການຈັດສັນແບ່ງເຂດ ເພື່ອຄວາມຍືນຍົງຕໍ່ສິ່ງແວດລ້ອມ ເພື່ອກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ສາມາດເຊື່ອມໂຍງກັບບັນດາເມືອງໃກ້ຄຽງ ແນໃສ່ປົກປັກຮັກສາຊັບພະຍາກອນການທ່ອງທ່ຽວ ແລະ ເປັນແນວທາງໃຫ້ແກ່ການພັດທະນາວຽກງານການທ່ອງທ່ຽວ ທີ່ແທດເໝາະກັບສະພາບຄວາມເປັນຈິງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ແລະ ແຂວງໃນແຕ່ລະໄລຍະ ສາມາດປະກອບສ່ວນເຂົ້າໃນການພັດທະນາເມືອງແກ້ວອຸດົມ ໃຫ້ຈະເລີນຮຸ່ງເຮືອງ, ຊຸກຍູ້ສົ່ງເສີມໃຫ້ແກ່ວຽກງານທ່ອງທ່ຽວໃຫ້ສືບຕໍ່ຂະຫຍາຍຕົວ ແລະ ສາມາດດຶງດູດການລົງທຶນເຂົ້າມາພັດທະນາແຫຼ່ງທ່ອງທ່ຽວອ່າງນ້ຳງື່ມ ນັບມື້ນັບຫຼາຍຂຶ້ນ, ອົງການປົກຄອງແຂວງວຽງຈັນ ພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນ ໃຫ້ການຮ່ວມມືກັບທຸກພາກສ່ວນໃນການຈັດຕັ້ງປະຕິບັດ ຕາມແຜນພັດທະນາ ແລະ ຄຸ້ມຄອງແຫຼ່ງທ່ອງທ່ຽວອ່າງນໍ້າງື່ມ 1 ໃຫ້ປະກົດຜົນເປັນຈິງ.
ກອງປະຊຸມຄັ້ງນີ້ໄດ້ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ແຜນດັ່ງກ່າວມີເນື້ອໃນຄົບຖ້ວນ ແລະ ເປັນນິຕິກຳທີ່ສາມາດປະຕິບັດຮ່ວມກັນໄດ້ທັງພາກລັດ ແລະ ພາກທຸລະກິດ ເພື່ອພ້ອມກັນສືບຕໍ່ຊຸກຍູ້ສົ່ງເສີມ ວຽກງານການພັດທະນາທ່ອງທ່ຽວ ຢູ່ບໍລິເວນອ່າງນ້ຳງື່ມ 1 ໄດ້ສືບຕໍ່ພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ: ບຸນມາ ແກ້ວບຸດດາ, ພາບ: ຄຳຂຽນ ພົມມີໄຊ