ເມືອງແບງ ແຂວງອຸດົມໄຊ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນລະຫວ່າງ ວັນທີ 8-9 ກັນຍາ 2024 ຜ່ານມາ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ ເຮັດໃຫ້ພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ, ເສົາໄຟຟ້າ ແລະ ເນື້ອທີ່ທຳການຜະລິດຂອງປະຊາຊົນ ໄດ້ຮັບຜົນເສຍຫາຍ ຈຳນວນ 4 ບ້ານ, ມີ 53 ຄອບຄົວ ໄດ້ຮັບຜົນກະທົບ ລວມມູນຄ່າເສຍຫາຍ ທັງໝົດ 2,6 ຕື້ກວ່າກີບ.
ຜ່ານການລົງກວດກາ ແລະ ເກັບກຳຂໍ້ມູນ ຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃນເບື້ອງຕົ້ນ ສາມາດສະຫລຸບຜົນເສຍຫາຍ ໄດ້ດັ່ງນີ້: ສະໂມສອນ 1 ຫລັງ, ເນື້ອທີ່ທໍາການຜະລິດໄດ້ຮັບຜົນກະທົບ 14,32 ເຮັກຕາ, ດິນເຈື່ອນ 4,32 ເຮັກຕາ, ງົວ 1 ໂຕ, ເສັ້ນທາງຫລວງທ້ອງຖິ່ນ ມີດິນເຈື່ອນທັບຖົມ ແລະ ຂາດຫລາຍຈຸດ, ບາງເສັ້ນບໍ່ສາມາດໄປມາໄດ້. ປັດຈຸບັນ ກໍາລັງແກ້ໄຂສ້ອມແປງສຸກເສີນ, ເສັ້ນທາງເຂດຫ່າງໄກສອກຫລີກ ບາງເສັ້ນທາງໄປມາໄດ້ ແຕ່ມີຄວາມຫຍຸ້ງຍາກ, ຊົນລະປະທານເປ່ເພ 5 ຈຸດ, ຄອງເໝືອງດິນເຈື່ອນທັບຖົມ, ມີເນື້ອທີ່ນາໄດ້ຮັບຜົນກະທົບ 588 ເຮັກຕາ, ຫົວງານ ແລະ ທໍ່ສົ່ງລະບົບນໍ້າລິນ ໄດ້ຮັບຜົນກະທົບ 7 ບ້ານ ລວມມູນຄ່າເສຍຫາຍທັງໝົດ 2,6 ຕື້ກວ່າກີບ.
ປັດຈຸບັນ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ກຳລັງສັງຮວມຂໍ້ມູນ ເພື່ອສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ແກ້ໄຂ ແລະ ຊ່ວຍເຫລືອໃນຂັ້ນຕອນຕໍ່ໄປ.
ຂ່າວ-ພາບ: ກິ່ງມະນີ





