ທ່ານ ບຸນທັນ ໄຊຍະແສງ ຮັກສາການເລຂາພັກເມືອງ, ວ່າການເຈົ້າເມືອງໆໂພນທອງ ໃຫ້ສຳພາດ ວ່າ: ເມືອງໂພນທອງເປັນເມືອງໜຶ່ງທີ່ຂຶ້ນກັບແຂວງຈຳປາສັກ ຕັ້ງຢູ່ຝັ່ງຂວາຂອງແມ່ນໍ້າຂອງຫ່າງຈາກສໍານັກງານແຂວງ ຈໍາປາສັກ ປະມານ 14 ກິໂລແມັດ ມີຊາຍແດນຕິດຈອດກັບ 04 ເມືອງ ແລະ 01 ນະຄອນຄື: ເມືອງຊະນະສົມບູນ, ນະຄອນປາກເຊ, ເມືອງ ບາຈຽງຈະເລີນສຸກ, ເມືອງປະທຸມພອນ ແລະ ເມືອງ ຈໍາປາສັກ, ຍັງເປັນເມືອງໜຶ່ງທີ່ມີຊາຍແດນຕິດຈອດ ກັບ ອໍາເພີສີຣິນທອນ, ຈັງຫວັດອຸບົນລາດຊະທານີ, ຣາຊະອານາຈັກໄທ. ມີລວງຍາວ 70,9 Km, ມີເສັ້ນທາງຫຼວງແຫ່ງຊາດ 16 W ແມ່ນມີລວງຍາວ 44 Km.
– ເມືອງໂພນທອງ : ມີພົນລະເມືອງທັງໝົດ 104.687 ຄົນ, ຍິງ 53.301 ຄົນ, ມີ 18.032 ຄອບຄົວ, ມີ 02 ຊົນເຜົ່າ : ຊົນເຜົ່າລາວລຸ່ມກວມ 97,9 %, ຊົນເຜົ່າພະແກ້ວ ( ກະຕາງ ) 2,1 %.
ທ່ານ ບຸນທັນ ໄຊຍະແສງ ຮັກສາການເລຂາພັກເມືອງ, ວ່າການເຈົ້າເມືອງໆໂພນທອງ ກ່າວຕື່ມວ່າ: ໃນໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງໂພນທອງໄດ້ສຸມໃສ່ນຳພາຢ່າງຮອບດ້ານ ໃນນັ້ນ ພົ້ນເດັ່ນ ໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
– ເອົາໃຈໃສ່ນໍາພາເຄື່ອນໄຫວຕິດຕາມ ກວດກາລາດຕະເວນບໍລິເວນຊາຍແດນທາງບົກ-ທາງນໍາ ເພື່ອສະກັດກັ້ນການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ຕັດໄມ້ທໍາລາຍປ່າ ແລະ ການຂ້າມແດນຜິດກົດໝາຍ, ແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ ເປັນຕົ້ນ: ການລັກຊັບ, ຊິງຊັບພົນລະເມືອງ, ນັກເລງອັນຕະພານ, ບັນຫາຢາເສບຕິດ ແລະ ບັນຫາອື່ນໆ.
– ການຈັດຕັ້ງປະຕິບັດວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ເປັນວາລະຂອງເມືອງ ວ່າດ້ວຍການແກ້ໄຂບັນຫາເສບຕິດ ສາມາດມ້າງເປົ້າໝາຍຢາເສບຕິດໄດ້ 271 ລາຍ, 719 ຄົນ, ຍິງ 21 ຄົນ ໃນນັ້ນ: ເປົ້າໝາຍຄ້າຂາຍລາຍໃຫຍ່ 23 ຄົນ, ຍິງ 4 ຄົນ, ຫຼຸດລົງເທົ່າກັບ 11,91%, ເປົ້າໝາຍຄ້າຂາຍລາຍຍ່ອຍ 119 ຄົນຍິງ 8 ຄົນ, ຫຼຸດລົງ 63,33% ແລະ ເປົ້າໝາຍເສບຢາເສບຕິດ 497 ຄົນ, ຍິງ 9 ຄົນ, ຫຼຸດລົງ 76,57%. ຂົງເຂດເສດຖະກິດໄດ້ນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງໂດຍພື້ນຖານ, ລວມຍອດຜະລິດຕະພັນ (GDP) ປະຕິບັດໄດ້ 9,647.25 ຕື້ກີບ, ອັດຕາການຂະຫຍາຍຕົວເສດຖະກິດ ສະເລ່ຍ 7.2% ຕໍ່ປີ( ທຽບໃສ່ແຜນບໍ່ບັນລຸ 7.35% ຕໍ່ປີ ), ລາຍຮັບສະເລ່ຍຂອງພົນລະເມືອງໃນ 05 ປີ ປະຕິບັດໄດ້ 23.12 ລ້ານກີບ ຫຼື ເທົ່າກັບ 1.073.48 ໂດລາສະຫະລັດ. ໃນນັ້ນ :
– ຂົງເຂດກະສິກໍາ-ປ່າໄມ້ ຂະຫຍາຍຕົວ ສະເລ່ຍ 6.69%, ກວມ 42.52%.
– ຂົງເຂດອຸດສາຫະກໍາ-ການຄ້າ ຂະຫຍາຍຕົວ ສະເລ່ຍ 7.22%, ກວມ 52.50%.
– ຂົງເຂດການບໍລິການ ຂະຫຍາຍຕົວ ສະເລ່ຍ 9.04%, ກວມ 4.97%.
ລະດົມແຫຼ່ງທຶນໄດ້ທັງໝົດ 2,141.8 ຕື້ກີບ, ທຽບໃສ່ແຜນປະຕິບັດ 84.53%, ກວມ 21.91% ຂອງລວມຍອດຜະລິດຕະພັນພາຍໃນ ໃນນັ້ນ: ທຶນພາກລັດ ມູນຄ່າ 397.97 ຕື້ກີບ, ກວມ 18.58%; ທຶນຊ່ວຍເຫຼືອລ້າ, ກູ້ຢືມ ມູນຄ່າ 212.66 ຕື້ກີບ, ກວມ 9.92%; ທຶນເອກະຊົນພາຍໃນ-ຕ່າງປະເທດ ມູນຄ່າ 1,447.75 ຕື້ກີບ, ກວມ 67.6%; ທຶນສິນເຊື່ອທະນາຄານ 74.96 ຕື້ກີບ, ກວມ 3.5% ຂອງທຶນທັງໝົດ.
ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 78.83 ຕື້ກີບ, ປະຕິບັດລາຍຈ່າຍໄດ້ 64.41 ຕື້ກີບ. ສາມາດກາຍເປັນເມືອງກຸ້ມຕົນເອງ ທາງດ້ານລາຍຮັບ-ລາຍຈ່າຍງົບປະມານ ໃນປີ 2022 – 2024
ການຜະລິດເຂົ້າ: ປະຕິບັດໄດ້ 630,710 ໂຕນ, ທຽບໃສ່ແຜນປະຕິບັດໄດ້ 96.20%, ສະເລ່ຍປະຊາກອນໄດ້ຮັບເຂົ້າເປືອກ 1,204 ກິໂລກຣາມຕໍ່ຄົນ, ມີເຂົ້າເຫຼືອກິນ 366,924 ໂຕນ. ການປູກພືດ ປະຕິບັດໄດ້ 4,558 ເຮັກຕາ, ຜົນຜະລິດໄດ້ 95,785 ໂຕນ, ທຽບໃສ່ແຜນປະຕິບັດໄດ້ 95,78% ໃນນັ້ນ: ການປູກພືດລະດູແລ້ງ ປະຕິບັດໄດ້ 2.695 ເຮັກຕາ, ຜົນຜະລິດໄດ້ 36,328 ໂຕນ ແລະ ລະດູຝົນ ປະຕິບັດໄດ້ 1,863 ເຮັກຕາ, ຜົນຜະລິດບັນລຸໄດ້ 25,112 ໂຕນ; ໃນນີ້: ການປູກພືດເປັນສິນຄ້າ(ມັນຕົ້ນ) ປະຕິບັດໄດ້ 875 ເຮັກຕາ, ຜົນຜະລິດໄດ້ 34,344ໂຕນ, ສະມັດຕະພາບສະເລ່ຍ 7,81 ໂຕນຕໍ່ເຮັກຕາ. ການປູກເຂົ້າເປັນສິນຄ້າ ປະຕິບັດໄດ້ 594 ເຮັກຕາ, ຜົນຜະລິດໄດ້ 13,365 ໂຕນ. ການລ້ຽງສັດ ທົ່ວເມືອງມີຟາມລ້ຽງງົວທອມ 01 ແຫ່ງ, ມີງົວ 120 ໂຕ, ຟາມລ້ຽງໝູ 05 ແຫ່ງ, ມີໝູ 1,834 ໂຕຕໍ່ປີ, ຟາມລ້ຽງໄກ່ 02 ແຫ່ງ, ມີ 20,000 ໂຕຕໍ່ປີ; ຈໍານວນຝູງຄວາຍ 9,393 ໂຕ, ງົວ 28,485 ໂຕ, ໝູ 5,717ໂຕ, ແບ້ 6,720 ໂຕ ແລະ ສັດປີກ 875,805ໂຕ. ການບໍລິໂພກຊີ້ນ, ປາ, ອາຫານ ແລະ ອື່ນໆ: ປະຕິບັດໄດ້ສະເລ່ຍ 53 ກິໂລຕໍ່ຄົນຕໍ່ປີ, ທຽບໃສ່ແຜນລຶ່ນ 1.02%.
ລວມຍອດຜະລິດຕະພັນອຸດສາຫະກໍາ-ຫັດຖະກໍາ ປະຕິບັດໄດ້ 3,054.71 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ລື່ນແຜນ 23.12%; ມີຫົວໜ່ວຍວິສາຫະກິດທັງໝົດ 1.306 ຫົວໜ່ວຍ, ເພີ່ມຂຶ້ນ 265 ຫົວໜ່ວຍ, ມີຕະຫຼາດ 07 ແຫ່ງ ເພີ່ມຂຶ້ນ 02 ແຫ່ງ; ກຸ່ມການຜະລິດ 04 ກຸ່ມ, ເພີ່ມຂຶ້ນ 01 ກຸ່ມ; ຍົກລະດັບກຸ່ມຜະລິດສິນຄ້າໂອດ໋ອບ 03 ກຸ່ມ; ລວມຍອດມູນຄ່າຈຳໜ່າຍຕະພັນອຸດສາຫະກໍາ-ຫັດຖະກໍາ ປະຕິບັດໄດ້ 5,816.05 ຕື້ກີບ.
ໄດ້ຂຶ້ນທະບຽນອອກໃບຕາດິນຖາວອນທັງໝົດ 6.518 ຕອນ ທຽບໃສ່ແຜນ ລື່ນແຜນ 30,36%.
ວຽກງານກໍ່ສ້າງພັກ: ປັດຈຸບັນທົ່ວເມືອງມີຄະນະພັກຮາກຖານ 32 ຮາກຖານ ແລະ ມີໜ່ວຍພັກ 217 ໜ່ວຍ, ມີສະມາຊິກພັກ 3,391 ສະຫາຍ, ຍິງ 998 ສະຫາຍ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ປີຊ້ອນ ມີ 200 ໜ່ວຍພັກ, 4 ປີຊ້ອນ 01 ໜ່ວຍ, 3 ປີຊ້ອນ 02 ໜ່ວຍພັກ, 2 ປີຊ້ອນ 07 ໜ່ວຍພັກ ແລະ ບໍ່ໄດ້ປະເມີນ 07 ໜ່ວຍ ເຫດຜົນຍ້ອນສ້າງໃໝ່.
– ສາມາດອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນ 2,338 ສະຫາຍ, ຍິງ 571 ສະຫາຍ ກວມ 68.95%. ໄດ້ສ້າງຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສະມາຊິກພັກ-ຄອບຄົວຂອງສະມາຊິກພັກ ( ຄຊພທ ) ມີສະມາຊິກກອງທຶນເສຍຊີວິດ 336 ນໍ້າເບີ, ປະຕິບັດນະໂຍບາຍຕໍ່ສະມາຊິກ 100% ຈໍານວນເງິນ 4,377,090,000 ກີບ.
– ພະນັກງານລັດຖະກອນໃນທົ່ວເມືອງ 1,159 ທ່ານ, ຍິງ 680 ທ່ານ, ໄດ້ປະເມີນຜົນການປະຕິບັດວຽກງານວິຊາສະເພາະຂອງລັດຖະກອນປະຈໍາໃນແຕ່ລະປີສໍາເລັດ 100%. ອັນພົ້ນເດັ່ນໃນຂະບວນການແຂ່ງຂັນ“ຮັກຊາດ ແລະ ພັດທະນາ” ເຊິ່ງໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈໍານວນ 102 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ມີ 158 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ມີ 265 ໜ່ວຍ, ຫຼຽນກາແຮງງານ ມີ 331 ໜ່ວຍ, ໃບຍ້ອງຍໍລັດຖະບານ 1,031 ໃບ, ໃບຍ້ອງຍໍເຈົ້າແຂວງ 1,105 ໃບ, ໃບຍ້ອງຍໍເຈົ້າເມືອງ 584 ໃບ, ໃບກຽດຕິຄຸນເຈົ້າເມືອງ 306 ໃບ ແລະ ໃບຂອບໃຈເຈົ້າເມືອງ 127 ໃບ.
ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ:
ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສ້າງບ້ານພັດທະນາ ຕາມທິດ 3 ສ້າງ ຄຽງຄູ່ກັບການຍູ້ແຮງຂະບວນ ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງມີພະນັກງານຫຼັກແຫຼ່ງຂອງເມືອງລົງກໍ່ສ້າງຮາກຖານການເມືອງຊ່ວຍກຸ່ມບ້ານ ແລະ ພັດທະນາຊົນນະບົດຮອບດ້ານມີ 146 ສະຫາຍ, ຍິງ 6 ສະຫາຍ. ໄດ້ປະກາດຮັບຮອງ ບ້ານພັດທະນາປະຊາຊົນຢູ່ດີກິນດີ 3 ບ້ານ (ບ້ານໜອງໄຮໂຄກ, ບ້ານສະໝັນ, ບ້ານໂພນທອງ ), ກໍາລັງຈະປະກາດ ບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ 1 ບ້ານ (ບ້ານເວີນໄຊ) ແລະ ກົມກອງພັດ ທະນາ 23 ກົມກອງ ຕາມ 5 ມາດຖານ 8 ໃບຢັ້ງຢືນ.
ໄດ້ສຸມໃສ່ຜັນຂະຫຍາຍຄໍາສັ່ງເລກທີ 097 ຂອງກົມການເມືອງສູນກາງພັກ ວ່າດ້ວຍພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການປະເມີນດໍາລັດ 348 ຂອງລັດຖະບານ ມີຄອບຄົວພົ້ນທຸກ 16,107 ຄອບຄົວ, ກວມ 99.85%, ບ້ານພົ້ນທຸກໄດ້ 100% ແລະ ຄອບຄົວພັດທະນາມີ 15,073 ຄອບຄົວ, ກວມ 93.44%, ບ້ານພັດທະນາມີ 71 ບ້ານ ກວມ 100%. ມີ 1 ສະຫະກອນສິນເຊື່ອໜອງໄຮໂຄກ ມີເງິນ 17 ຕື້ກວ່າກີບ, ມີກອງທຶນບ້ານທັງໝົດ 11 ກອງທຶນ, ກອງທຶນປະເພດເຂັ້ມແຂງມີ 10 ກອງທຶນ, ມີສະມາຊິກກອງທຶນ 1.650 ຄົນ, ມີທຶນໝູນວຽນທັງໝົດ 36,51 ຕື້ກີບ.
ທ່ານ ບຸນທັນ ໄຊຍະແສງ ຮັກສາການເລຂາພັກເມືອງ,ວ່າການເຈົ້າເມືອງໆໂພນທອງ ກ່າວອີກວ່າ: ສຳລັບການຫ້າງຫາກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງດຳເນີນໄປຢ່າງເປັນຂະບວນກ້ວາງຂວາງ ແລະ ຟົດຟື້ນ ນັບແຕ່ການປະດັບປະດາ,ຮັກສາຄວາມສະອາດຈົບງາມ,ຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ. ການສ້າງສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ. ສ່ວນອະນຸກຳມະການເນື້ອໃນໄດ້ສຳເລັດການຮ່າງບົດລາຍງານການເມືອງທັງສອງພາກ, ບົດປະກອບຄຳເຫັນພາກສ່ວນຕ່າງໆປິ່ນອ້ອມກອງປະຊຸມ, ອະນຸກຳການດ້ານບຸກຄະລາກອນໄດ້ສຳເລັດການທາບທາມແລ້ວ. ມາຮອດປັດຈຸບັນ, ສາມາດຢືນຢັນໄດ້ວ່າ ເມືອງໂພນທອງມີຄວາມພ້ອມ ເກືອບ 100%) ຄາດວ່າການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ 9 ຈະໄຂຂຶ້ນໃນມໍ່ໆນີ້.
ຂ່າວ,ພາບ:ເກດສະໜາ ແກ້ວສຸວັນນະແສງ







