ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງໃໝ່ ຊຸກ​ຍູ້​ປະ​ຊາ​ຊົນ​ຜະ​ລິດ​ຟອຍກວາດເພື່ອສ້າງລາຍຮັບ

Oct 31, 2024

ວັນ​ທີ 30 ຕຸ​ລາ 2024 ນີ້ ຄະ​ນະ​ກຳ​ມະ​ການ​ເສີມ​ສ້າງ​ຄວາມ​ເປັນ​ພື້ນ​ຖານ​ຂັ້ນ​ເມືອງ ໄດໄດເຄື່ອນໄຫວຊຸກຍູ້​ປະ​ຊາ​ຊົນ​ຜະ​ລິດ​ຟອຍກວາດຢູ່​ບ້ານ ຫ້ວຍ​ລອດ, ເມືອງ​ໃໝ່, ແຂວງ​ຜົ້ງ​ສາ​ລີ ນຳ​ໂດຍ ທ່ານ ບຸນ​ຈັນ ຄຳ​ສະ​ຫວັນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ອຸດ​ສາ​ຫະ​ກຳ​-ການ​ຄ້າເມືອງໃໝ່ ເພື່ອ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນຫັນ​ມມາໃຫ້​ຄວາມ​ສົນ​ໃຈ​ໃນ​ການ​ຜະ​ລິດ​ຟອຍກວດ​ໃຫ້ຫຼາຍ​ຂື້ນ ເພື່ອ​ສາ​ມາດສ້າງ​ເປັນ​ກຸ່ມ​ຜະ​ລິດຕົວ​ແບບ, ສ້າງອາ​ຊີບ​ເສີມໃຫ້ພໍ່​ແມ່​ປະ​ຊາ​ຊົນ​ມີ​ລາຍ​ຮັບ​ເພີ່ມ ເພື​່ອສ້າງ​ເສດ​ຖະ​ກິດ​ຄອບ​ຄ​ົວ​ໃຫ້​ດີ​ຂື້ນ
ກຸ່ມ​ຜະ​ລິດ ໄຫ້​ຮູ້​ວ່າ: ບ້ານ ຫ້ວຍ​ລອດ ເປັນ​ໜຶ່ງ​ທີ່​ຢູ່​ໃນ​ກຸ່ມ​ບ້ານ ຫ້ວຍ​ອຸນ ເມືອງ​ໃໝ່, ແຂວງ​ຜົ້​ສາ​ລີ, ບ້ານ ມີ​ທັງ​ໝົດ 27 ຫຼັງ​ຄາ, 30 ຄອບ​ຄົວ, ມີ​ພົນ​ລະ​ເມືອງ​ທັງ​ໝົດ 150 ຄົນ ປະ​ຊາ​ຊົນ​ສ່ວນ​ໃຫຍ່​ແມ່ນ​ອາ​ໃສ​ທຳ​ການ​ຜະ​ລິດ​ກະ​ສິ​ກຳ​ເປັນ​ຕົ້ນ​ຕໍ ແລະ ເກັບ​ເຄື່ອງ​ປ່າ​ຂອງ​ດົງ​ເປັນ​ອາ​ຊີບ​ສຳ​ຮອງ ໃນ​ໄລ​ຍະ​ຜ່ານ​​ມາມີ​ຄອບ​ຄົວ​ຜະ​ລິດ​ຟອຍກວດ​ທັງ​ໝົດ 5 ຄອບ​ຄົວ ເຊິ່ງ​ສາ​ມາດ​ຜະ​ລິດ​ຟອຍກວດ​ໄດ້ ແລະ ຈຳ​ໜ່າຍ​ໄດ້​ທັງ​ໝົດ 225 ກ້ານ, 1ກ້ານ ຕໍ່ 25,000 ກີບ, ລວລວມູນ​ຄ່າ 5,625,000 ກີບ ໂດຍ​ໄດ້​ຮັບ​ການ​ຊ່ວຍ​ຈາກ​ໂຄງ​ການ​ແຄ (care).
ປັດຈຸບັນ, ທີມ​ງານ​ທີ່​ກ່ຽວ​ຂອງ​ຂັ້ນ​ເມືອງ ໄດ້​ຊຸກ​ຍູ້​ສ້າງ​ຕັ້ງ​ເປັນ​ ກຸ່ມ​ຜະ​ລິດ ເຊິ່ງ​ມີ​ສະ​ມາ​ຊິກ​ກຸ່ມ​ຜະ​ລິດ 9 ຄອບ​ຄົວ ເຊິ່ງ​ການ​ເຕົ້າ​ໂຮມ​ໃນ​ຄັ້ງ​ນີ້ໄດ້​ພ້ອມ​ກັນ​ສ້າງ​ລະ​ບົບ​ການ​ຈັດ​ຕັ້ງ​ກຸ່ມ, ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ວຽກ​ງານ​ຢ່າງ​ລະ​ອຽດ, ສ້າງ​ບົດ​ບັນ​ທຶກ ແລະ ລະ​ບຽບຂອງ​ກຸ່ມ​ຜະ​ລິດ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານໃນ​ຕໍ່​ໜ້າ ເທື່ອ​ເຮັດ​ໃຫ້​ການ​ຜະ​ລິດ​ຟອຍກວດ​ພາຍ​ໃນ​ກຸ່ມ​ໄດ້​ຮັບ​ການ​ພັດ​ທະ​ນາ ສາ​ມາດ​ຜະ​ລິດ​ສິນ​ຄ້າ​ດັ່ງ​ກ່າວ ​​ໃຫ້ໄດ້​ຮັບ​ທັງ​ມີ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ​ເພີ່ມ​ຂື້ນຫຼາຍ​ກກວ່າ​ເກົ່າ
ພາບ-ຂ່າວ: ວັນ​ວິ​ໄລ ຖວ​ທ ເມືອງໃໝ່