ແຫລ່ງຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ເມືອງໃໝ່ ແຂວງຜົ້ງສາລີ ເປີດປີທ່ອງທ່ຽວລາວ 2024 ຕິດພັນກັບເທສະການ ບຸນກຳເຜົ່າໄຕແດງ ບ້ານນ້ຳງາ ຈັດຂຶ້ນລະຫວ່າງ ວັນທີ 22-23 ເມສາ 2024 ຜ່ານມາ ທີ່ຮ້ານອາຫານຊົມວີວເມືອງໃໝ່ ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິ ແກ້ວຍະສານ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງເມືອງໃໝ່ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພໍ່ແມ່ປະຊາຊົນ, ນັກທຸລະກິດ, ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.
ໃນພິທີ ທ່ານ ພອນສະຫວັນ ມະນີວົງສີ ຮອງເຈົ້າເມືອງໆໃໝ່, ຜູ້ຊີ້ນໍາວຽກງານຂົງເຂດວັດ
ທະນະທຳ-ສັງຄົມ ໄດ້ລາຍງານວ່າ: ການກະກຽມເປີດປີທ່ອງທ່ຽວລາວ 2024 ທີ່ເມືອງໃໝ່ກໍໄດ້ມີການກະກຽມບັນດາກ້ອນກຳລັງ, ກຳນົດໜ່ວຍວັນນະຄະດີ ສະແດງ 6 ລາຍການ, ມີຕະຫລາດນັດວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນຂອງເມືອງ ເປັນຕົ້ນ ສິນຄ້າຫັດຖະສິກຳ, ການຈັກສານ, ແຜ່ນແພ ແລະ ອື່ນໆ, ເຊິ່ງໄດ້ກຳນົດໃຫ້ກົງກັບວັນເທສະການບຸນເຜົ່າໄຕແດງ ບ້ານນ້ຳງາ.
ທ່ານ ສອນສະໜຸກ ສີສຸລາດ ໄດ້ກ່າວວ່າ: ການເປີດປີທ່ອງທ່ຽວລາວ 2024 ຈຸດປະສົງເພື່ອເຜີຍແຜ່ແນວທາງນະໂຍບາຍຂອງ ພັກ-ລັດ, ກໍຄືຜົນສຳເລັດໃນການສ້າງສາພັດທະນາປະເທດຊາດ ຂອງປະຊາຊົນລາວບັນດາເຜົ່າ ທັງເປັນການສະແດງພາບພົດອັນຈົບງາມທາງດ້ານການເມືອງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ ພ້ອມເປັນການຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທີ່ຕິດພັນກັບການຈັດເທສະການບຸນເຜົ່າໄຕແດງ ບ້ານນ້ຳງາ, ເປັນຂີດໝາຍສໍາຄັນອັນຍິ່ງໃຫຍ່ໃນການປຸກລະດົມກຳລັງແຮງຂອງທຸກຊັ້ນຄົນໃນທົ່ວສັງຄົມ ເຂົ້າຮ່ວມການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງການບຸລິມະສິດໃນ ພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃຫ້ຂະຫຍາຍຕົວເປັນກ້າວໆ ທັງໄດ້ສະແດງເຖິງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ຖືເອົາການທ່ອງທ່ຽວແບບປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ຍືນຍົງ. ນອກນີ້, ຍັງເປັນການຖືເອົາໂອກາດນີ້ສຸມໃສ່ການຟື້ນຟູການທ່ອງທ່ຽວເຊັ່ນ: ການປັບປຸງພື້ນຖານໂຄງລ່າງ ແລະ ຍົກສູງຄຸນນະພາບຂອງການບໍລິການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ, ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ກໍຄືເມືອງໃໝ່ໃຫ້ຫລາຍຂຶ້ນ.
ທ່ານ ສອນສະໜຸກ ສີສຸລາດ ຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ນັກທຸລະກິດ ແລະ ຜູ້ປະກອບການຕ່າງໆ ຈົ່ງພ້ອມກັນສືບຕໍ່ນຳພາ-ຊີ້ນຳ ວຽກງານການທ່ອງທ່ຽວໃຫ້ມີທວງທ່າທີ່ຂະຫຍາຍຕົວ, ເອົາໃຈໃສ່ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ, ສືບຕໍ່ຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າ, ຂອງຊາດໃຫ້ຢູ່ຄູ່ກັບປະຊາຊົນລາວບັນດາເຜົ່າຕະຫລອດໄປ.
ຂ່າວ-ພາບ: ວັນວີໄລ ປະສົມຊັບ








