ວັນທີ 29 ພະຈິກ 2024, ເມືອງໄຊຈຳພອນ ແຂວງບລິຄຳໄຊຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ແລະ ສິນຄ້າຕ້ອງຫ້າມ ໂດຍການເຂົ້າຮ່ວມຂອງ ທ່ານ ໄກສອນ ຈັນສີນາ ເຈົ້າເມືອງໄຊຈຳພອນ.
ຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບການເກັບກູ້ສີນຄ້າໝົດອາຍຸການນຳໃຊ້, ເຊື່ອມຄຸນ ແລະ ສິນຄ້າຕ້ອງຫ້າມຢູ່ພາຍໃນເມືອງ ໄດ້ກວດກາທັງໝົດ 40 ຮ້ານ ແລະ ໄດ້ພົບເຫັນ ຮ້ານຄ້າທີ່ຍັງວາງຂາຍສິນຄ້າໝົດອາຍຸ ເຊິ່ງມີສິນຄ້າ 71 ລາຍການທີ່ໝົດອາຍຸ ເປັນຕົ້ນແມ່ນ ເຄື່ອງປຸງແຕ່ງອາຫານ, ເຄື່ອງດື່ມປະເພດນ້ຳອັດລົມ, ນົມ, ຢາສູບ, ເຂົ້າໜົມທີ່ມີສານປົນເປື້ອນ ແລະ ອື່ນໆ ລວມມູນຄ່າ 13 ລ້ານກວ່າກີບ.
ພ້ອມນັ້ນ, ຄະນະອານຸກຳມະການຮັບຜິດຊອບຍັງໄດ້ເຮັດບົດບັນທຶກກ່າວເຕືອນ ກັບຜູ້ປະກອບການ ບໍ່ໃຫ້ວາງຂາຍສີນຄ້າໝົດອາຍຸຄັ້ງຕໍ່ໆໄປ ເພື່ອເຮັດໃຫ້ຜູ້ບໍລິໂພກສິນຄ້າ ຄວາມປອດໄພຕໍ່ສຸຂະພາບ ຮັບປະກັນໃຫ້ສິນຄ້າທີ່ບໍລິໂພກເປັນສິນຄ້າທີ່ມີຄຸນນະພາບ. ການທຳລາຍສີ້ນຄ້າໝົດອາຍຸໃນຄັ້ງນີ້ແມ່ນໄດ້ຈູດ ແລະ ເຜົ້າຖີ້ມ…
ພາບ-ຂ່າວ: ຄູນຄຳວົງສະຫວັນ





