ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊບູລີ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ມັງກອນ 2025 ທີ່ສະໂມສອນຂອງເມືອງດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ບົວສອນ ມະຫາວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະພາຍໃຕ້ການເປັນປະທານຂອງສະຫາຍ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊບູລີ, ຈາກນີ້ກໍ່ມີບັນດາແຂກທີ່ຖືກເຊີນຈາກພະແນກການ, ອົງການທຽບເທົ່າຂັ້ນແຂວງ, ເມືອງອ້ອມຂ້າງ, ຄອບຄົວຕົວແບບດ້ານການຜະລິດຂອງເມືອງ ຕະຫຼອດເຖິງ ບັນດາສະຫາຍຜູ້ແທນສົມບູນຈຳນວນ 183 ສະຫາຍ, ຍິງ 26 ສະຫາຍເຂົ້າຮ່ວມ.
ໂອກາດກ່າວໄຂກອງປະຊຸມໃຫຍ່ຂອງສະຫາຍ ອ່ອນລຳພັນ ບົວສີແກ້ວ ໄດ້ຍົກໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ອົງຄະນະພັກເມືອງຂອງພວກເຮົາໃນຄັ້ງນີ້ ຈະໄດ້ເຮັດຫຼາຍໆວຽກພ້ອມກັນຄື: ນອກຈາກພວກເຮົາຈະໄດ້ຮັບຟັງ ແລະຄົ້ນຄວ້າເນື້ອໃນບົດລາຍງານການເມືອງພາກ I, II ແລະແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າແລ້ວ, ພວກເຮົາຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ຕາງໜ້າແຕ່ລະຂົງເຂດວຽກງານ ແລະບັນດາເມືອງອ້ອມຂ້າງທີ່ຖືກເຊີນ, ລວມທັງບັນດາຂະແໜງການອ້ອມຂ້າງ ແລະຮາກຖານການຜະລິດຈໍານວນໜຶ່ງ ເຊິ່ງທັງໝົດນັ້ນ, ມັນເປັນການສ່ອງແສງໃຫ້ເຫັນຄວາມສາມັກຄີເປັນເອກະພາບ ທັງເປັນການຢືນຢັນເຖິງໝາກຜົນດ້ານຕ່າງໆ ໃນການຈັດຕັ້ງນໍາພາຂອງອົງຄະນະພັກເມືອງ ຊຸດທີ VII ຈາກນັ້ນ, ບັນດາສະຫາຍຜູ້ແທນເຮົາ ຍັງຈະໄດ້ໃຊ້ສິດປະຊາທິປະໄຕ ລົງຄະແນນສຽງປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອນໍາພາ-ຊີ້ນຳ ເມືອງໄຊບູລີ ຈາກກອງປະຊຸມໃຫຍ່ໃນຄັ້ງນີ້ ເຖິງກອງປະຊຸມໃຫຍ່ໃນຄັ້ງໜ້າ ແລະກໍ່ຈະໄດ້ດຳເນີນການປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະສຳຮອງເພື່ອຂຶ້ນໄປຮ່ວມກອງປະຊຸມໃຫຍ່ ສະໄໝທີ X ຂອງອົງຄະນະພັກແຂວງ ທີ່ຈະໄດ້ໄຂຂຶ້ນໃນຕໍ່ໜ້ານີ້ອີກດ້ວຍ.
ຈາກນັ້ນ, ສະຫາຍ ຄາລາໂຊ ຫຼຸຍບົວທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມ ເພື່ອຕີລາຄາຄືນການນຳພາ-ຊີ້ນຳຂອງອົງຄະນະພັກເມືອງນັບແຕ່ປີ 2019-2024 ຊຶ່ງມີບາງຕອນສຳຄັນວ່າ: ໂດຍອີງໃສ່ເງື່ອນໄຂທາງດ້ານທ່າແຮງບົ່ມຊ້ອນຂອງເມືອງ ໃນການຜະລິດເປັນສິນຄ້າຂອງປະຊາຊົນ ໄດ້ຮັບການພັດທະນາຢ່າງກວ້າງຂວາງ ຜົນງານທີ່ພົ້ນເດັ່ນໃນ 5 ປີຜ່ານມາ, ເສດຖະກິດຂອງເມືອງ ໄດ້ຂະຫຍາຍຕົວສະເລ່ຍ ໃນລະດັບ 8.17% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ(GDP) ໄດ້ 1,130.80 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 16,523,501 ກີບ, ລື່ນປີ 2019 ຈໍານວນ 4,433,467 ກີບ, ສະເລ່ຍເຂົ້າໃສ່ຫົວຄົນໄດ້ 1,178 ກິໂລ/ຄົນ/ປີ, ທຽບໃສ່ແຜນເທົ່າກັບ 78.37%, ພົນລະເມືອງ 68,436 ຄົນ. ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ຊຸກຍູ້ການນໍາພາ-ຊີ້້ນໍາ ໃນການຂະຫຍາຍເນື້ອທີ່ນາປີ ແລະນາແຊງ ຕິດພັນກັບການຍົກສະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ ໂດຍຖືເອົາຄອບຄົວເປັນຕົ້ນຕໍໃນການຜະລິດ ຊຶ່ງປູກເຂົ້ານາປີໄດ້ 14,880 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ 94.62%(ສາເຫດຍ້ອນເປັນນາບຶງທີ່ສ່ຽງນ້ຳຖ້ວມຂັງ), ສະມັດຕະພາບໄດ້ 3.4 ໂຕນ/ເຮັກຕາ, ນາແຊງໄດ້ 7,824 ເຮັກຕາ, ເທົ່າກັບແຜນ 92.04%, ສະມັດຕະພາບໄດ້ 4.9 ໂຕນ/ເຮັກຕາ. ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າ ໄປຕາມທິດພັດທະນາການຜະລິດກະສິກໍາເປັນສິນຄ້າ ຕິດພັນກັບອຸດສາ ຫະກໍາປຸງແຕ່ງ ແລະການບໍລິການ; ການຫັນເປັນກະສິກໍາທັນສະໄໝໃນຂະແໜ່ງການທີ່ເມືອງຂອງພວກເຮົາໄດ້ປຽບ ເປັນຕົ້ນການນໍາໃຊ້ກົນຈັກທີ່ທັນສະໄໝໃນຂົງເຂດວຽກງານກະສິກໍາ ແມ່ນມີການນໍາໃຊ້ຢ່າງກວ້າງຂວາງ. ນອກຈາກນັ້ນ ພວກເຮົາ ຍັງໄດ້ຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງ ຕິດພັນກັບການພັດທະນາສັງຄົມ ແລະປົກປັກຮັກສາສິ່ງແວດລ້ອມ ໄປຕາມທິດພັດທະນາແບບຍືນຍົງ, ພ້ອມກັນນັ້ນ ກໍ່ໄດ້ຊຸກຍູ້ຂົງເຂດບໍລິການ, ເກັບລາຍຮັບເຂົ້າງົບປະມານ ສາມາດບັນລຸໄດ້ 24,299,236,417 ກີບ, ເທົ່າກັບ 136.58%, ເພີ່ມຂຶ້ນ 0,08%; ສ່ວນວຽກງານດ້ານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.
ໂອກາດນີ້, ກອງປະຊຸມ ຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ ພ້ອມນັ້ນ, ໃນພິທີ ກໍ່ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຈາກຜູ້ຕາງໜ້າຂົງເຂດວຽກງານຕ່າງໆພາຍໃນເມືອງ ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ຍັງຈະໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ເມືອງໄຊບູລີ ຊຸດໃໝ່ນຳອີກ. ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 2 ວັນ, ນັບແຕ່ວັນທີ 16-17 ມັງກອນ 2025.






