ໃນຄືນວັນທີ 16 ທັນວາ 2024 ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດງານປະກວດນາງສາວງາມ ເພື່ອຮັບໄຊ້ໃນງານ ສະຫລອງປີທ່ອງທ່ຽວລາວ 2024 ຕິດພັນກັບງານບຸນນະມັດສະການພະເຈົ້າໄຊຍະເສດທິລາດ ຂຶ້ນທິ່ຕະຫລາດ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ໂດຍການເຂົ້າຮ່ວມຮັບຊົມ ຂອງ ທ່ານ ພທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີຄະນະນຳແຂວງ, ເມືອງ, ຜູ້ປະກອບການ, ຕະຫລອດຮອດພໍ່ແມ່ປະຊົນເຂົ້າຮ່ວມຊົມຮ່ວມເຊຍຢ່າງຄຶກຄື້ນ.
ໃນພິທີ ທ່ານ ບຸນປອນ ອ່ອນໄຊວຽງ ຫົວໜ້າພະແນກ ຖວທ ແຂວງ ໄດ້ກ່າວໄຂພິທີປະກວດນາງສາວງາມວ່າ: ການຈັດງານປະກວດນາງສາວທ່ອງທ່ຽວ 2024 ທີ່ແຂວງອັດຕະປື ໃນຄັ້ງນີ້ ຖືວ່າເປັນປີທີ່ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ເພາະມັນຕິດພັນກັບຫຼາຍເຫດການ ທີ່ສໍາຄັນທີ່ເກີດຂຶ້ນພາຍໃນ ແຂວງອັດຕະປືຂອງພວກເຮົາ ໂດຍສະເພາະງານບຸນນະມັດສະການລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ຕິດພັນກັບຂະບວນການອະນຸລັກ, ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ເປັນການໂຄສະນາເຜີຍແຜ່ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນ ບັນດາເຜົ່າຊາວແຂວງອັດຕະປື ໃຫ້ມວນຊົນ ແລະ ທົ່ວສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ ເລັງໃສ່ເພື່ອ ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງອັດຕະປື ໃຫ້ນັບມື້ຫຼາຍຂຶ້ນ, ເປັນການສ້າງລາຍຮັບ ແລະ ປະກອບສ່ວນພັດທະນາປະເທດຊາດ ແລະ ອີກດ້ານໜຶ່ງ ກໍ່ເພື່ອແນໃສ່ສ້າງໂອກາດໃຫ້ແກ່ບັນດານາງສາວທ່ອງທ່ຽວແຂວງອັດຕະປື ພວກເຮົາໄດ້ສະແດງບົດບາດ, ຄວາມຮູ້, ຄວາມສາມາດ, ຄວາມງາມ, ສິລະປະການນຸ່ງຖືທີ່ເປັນເອກະລັກຂອງແມ່ຍິງລາວບັນດາເຜົ່າໃນ 11 ຊົນເຜົ່າທົ່ວແຂວງອັດຕະປືຂອງພວກເຮົາ.
ການປະກວດນາງສາວຄັ້ງນີ້ມີ ນາງສາວ ເຂົ້າປະກວດທັງໝົດ 20 ນ້ອງນາງສາວ, ການຄັດເລືອກມີສອງຮອບ, ຮອບທີ 1 ຄັດເອົາ 11 ຄົນ, ຮອບທີ 2 ຄັດເອົາ 3 ຄົນ ແລະ ຜ່ານການຄັດເລືອກຂອງຄະກຳມະການສາມາດເລືອກໄດ ອັນດັບທີ 1 ໄດ້ແກ່ໝາຍເລກ 20 ນາງສາວ ສຸດຈິດຕາ ແກ້ວຫລວງໂຄດ ຮ້ານເສີມສວຍນາງລັດສະໝີ ສົ່ງເຂົ້າປະກວດ ໄດ້ຮັບເງິນລງງວັນ 5 ລ້ານກີບ, ອັນດັບ 2, ໝາຍເລກ 6 ນາງສາວ ຄຳປະສົງ ໂພສາລາດຈາກເມືອງສາມັກຄີໄຊ ສົ່ງເຂົ້າປະກວດ, ໄດ້ຮັບເງິນລງວັນ 3 ລ້ານກີບ ແລະ ອັນດັບ 3 ໝາຍເລກ 15, ນາງສາວ ໜ໊ອຍ ສີມາລາ ຈາກເມືອງໄຊເຊດຖາ ສົ່ງເຂົ້າປະກວດໄດ້ຮັບເງິນລາງວັນ 2 ລ້ານ ກີບ, ບັນດານາງສາວທີ່ໄດ້ຜ່ານການຄັດເລືອກໃນຄັ້ງນີ້ ຈະໄດ້ເຂົ້າຮ່ວມເຄື່ອນໄຫວຮັບໃຊ້ໃນງານສໍາຄັນຕ່າງໆຂອງແຂວງກໍ່ຄືຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ ເປັນຕົ້ນແມ່ນ ການເສີມຂະຫຍາຍຄວາມອາດສາມາດຂອງຕົນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເປັນເຈົ້າການ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ, ລະບຽບການ ອະນຸລັກປົກປັກຮັກສາຂະນົບທຳນຽມ, ຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເປັນມູນເຊື້ອຂອງຊາດ, ຂອງເຜົ່າໃຫ້ໝັ້ນຄົງຢູ່ກັບຄົນລາວ-ສັງຄົມລາວຕະຫຼອດໄປ.
ໂດຍ: ທິດປະສົງ





