ໃນວັນທີ 7 ກັນຍາ 2025 ເມືອງໄຊເສດຖາ ໄດ້ຈັດກິດຈະກຳງານບຸນຊ່ວງເຮືອປະເພນີຂຶ້ນ ຢູ່ທີ່ທ່າຜາມໄຊ ບ້ານຝັ່ງແດງ ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ສີໄລ ສີສະແຫວງສຸກ ເລຂາພັກເມືອງ, ມີບັນດາຄະນະນຳຂັ້ນເມືອງ, ມວນຊົນຈາກບ້ານຕ່າງໆພາຍໃນເມືອງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພອນໄຊ ໄກສອນເສນາ ປະທານຄະນະກຳມະການປົກຄອງເມືອງ ປະທານ ໄດ້ກ່າວໄຂພິທີການຈັດງານຊ່ວງເຮືອ ປີ 2025 ນີ້ວ່າ: ການຈັດງານຊ່ວງເຮືອປະຈໍາປີ ແມ່ນຈັດຕາມຮີດຄອງປະເພນີ ແລະ ໄດ້ເປີດກວ້າງໃນການແຂ່ງຂັນເຮືອຊ່ວງ ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດມີ 26 ເຫຼັ້ມ , ມີ 3 ປະເພດ, ໃນນັ້ນມີເຮືອປະເພດ 22 ສີພາຍ(ຊາຍ) 3 ເຫຼັ້ມ, ເຮືອປະເພດ 12 ສີພາຍ(ຊາຍ) 17 ເຫຼັ້ມ, ປະເພດ 8 ສີພາຍ(ຍິງ) 6 ເຫຼັ້ມ.

ໂດຍ: ມະນີວອນ


