ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງໄຊເສດຖາ ແຂວງອັດຕະປື ທໍາລາຍຊິ້ນສ່ວນສັດນ້ຳ-ສັດປ່າ ຜິດກົດໝາຍ

Mar 15, 2024

ຕອນເຊົ້າວັນທີ 15 ມີນາ 2024 ຄະນະກອງກວດກາປ່າໄມ້ເມືອງໄຊເສດຖາ ແຂວງອັດຕະປື.ໄດ້ຈັດພິທີຈູດທໍາລາຍຊິ້ນສ່ວນສັດປ່າ ຂຶ້ນທີ່ເດີນຫ້ອງການກະສິກຳ ແລະປ່າໄມ້ເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ວົງອຳໄພ ວົງຊາລະຊິດ ຮອງເຈົ້າເມືອງໄຊເສດຖາ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຍ້ອນເຈົ້າໜ້າທີ່ໄດ້ສົມທົບກັບກອງກວດກາປ່າໄມ້ເມືອງ ລົງກວດກາເອົາໃຈສະກັດກັ້ນການຄ້າຂາຍສັດຫວງຫ້າມ ເຊິ່ງໄດ້ພົບເຫັນພໍ່ຄ້າຊາວຂາຍລັກລອບຊື້-ຂາຍສັດປ່າ ປະເພດຄຸ້ມຄອງ ເຊິ່ງເປັນການກະທໍາຜິດຕໍ່ກົດໝາຍສັດນໍ້າ-ສັດປ່າ ແລະພົບເຫັນການລັກລອບ ຊື້-ຂາຍສັດນ້ຳສັດປ່າ ສາມາດຍຶດໄດ້ຈໍານວນໜຶ່ງຄື: ເຢືອງ 1 ໂຕ ເຫງັນ 2 ໂຕ, ງູຈົງອາງ 1 ໂຕ , ໝູປ່າ 2 ໂຕ, ຊີ້ນສ່ວນຟານ ແລະລີງ ລວມທັງໝົດ142 ກິໂລ, ປະຈຸບັນ ເຈົ້າໜ້າທີກ່ຽວຂ້ອງພວມໃຫ້ການສຶກສາອົບຮົມກ່າວເຕືອນຜູ້ກະທໍາຜິດຕາມລະບຽບການ, ເພາະວ່າການລັກລອບຄ້າ-ຂາຍ ສັດນໍ້າ-ສັດປ່າປະເພດຄຸ້ມຄອງ ແມ່ນຜິດຕໍ່ມາດຕາ 112-128 ຂອງກົດໝາຍປ່າໄມ້ ແລະມາດຕາ 327 ຂອງກົດໝາຍ, ແຫ່ງ ສປປລາວ ວ່າດ້ວຍມາດຕະການສຶກສາອົບຮົມ ພ້ອມກ່າວເຕືອນ, ສ່ວນຂອງກາງທີ່ຍືດໄດ້ ເຈົ້າໜ້າທີ່ໄດ້ຈັດພິທີທໍາລາຍຖິ້ມແລ້ວ.