ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງ ປາກແຊງ ສອບເສັງຄັດເລືອກນັກຮຽນເກັ່ງ ປະຈໍາສົກຮຽນ 2024-2025

Jan 5, 2025

ເມືອງ ປາກແຊງ ສອບເສັງຄັດເລືອກນັກຮຽນເກັ່ງ ປະຈໍາສົກຮຽນ 2024-2025
ເມື່ອບໍ່ດົນມານີ້, ຫ້ອງການສຶກສາທິການ ແລະ ກິລາ ເມືອງປາກແຊງ ແຂວງຫຼວງພະບາງ ໄດ້ຈັດພິທີສອບເສັງຄັດເລືອກ ນັກຮຽນເກັ່ງຂັ້ນເມືອງ ປະຈໍາສົກຮຽນ 2024-2025
ນັກຮຽນທີ່ເຂົ້າສອບເສັງຄັດເລືອກໃນສົກຮຽນນີ້ ມີທັງ ໝົດ: 54 ຄົນ, ຍິງ 31 ຄົນ ທີ່ມາຈາກ 08 ກຸ່ມໂຮງຮຽນປະຖົມ ແລະມັດທະຍົມສຶກສາ 7 ແຫ່ງ ໃນທົ່ວເມືອງ.
ຜ່ານການສອບເສັງ:
– ຊັ້ນປະຖົມສຶກສາ ປ5 ທີ 1 ວິຊາ ພາສາລາວ ແມ່ນ ນາງ ສອນມະນີ ພອນພະນິດ ຈາກໂຮງຮຽນປະຖົມ ຫາດແຄນ, ວິຊາ ຄະນິດສາດ ແມ່ນ ນາງ ພອນສະຫວັນ ແສງອາຄົມ ໂຮງຮຽນປະຖົມ ບວມຜາແສງ, ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ແມ່ນ ນາງ ສຸດາ ກາຍຍະສິດ ໂຮງຮຽນປະຖົມ ບວມຜາແສງ.
-ຊັ້ນມັດທະຍົມສຶກສາຕອນຕົ້ນ ມ4 ທີ 1 ວິຊາ ຄະນິດສາດ ແມ່ນ ນາງ ມິ້ນ ອິນທະລັກ ໂຮງຮຽນ ມສ ປາກເກງ, ວິຊາ ພາສາລາວ-ວັນນະຄະດີ ແມ່ນ ນາງ ທິບນະພາ ພົມພອຍວົງ ໂຮງຮຽນ ມສ ປາກເກງ, ວິຊາ ຟີຊີກສາດ ແມ່ນ ທ້າວ ກົ່ວເນັງ ເລົ່າ ໂຮງຮຽນ ມສ ສົບແຈກ, ວິຊາ ເຄມີສາດ ແມ່ນ ທ້າວ ເຕັ່ງ ສີອຸດົມພັນ ໂຮງຮຽນ ມສ ສົບແຈກ
– ຊັ້ນ ມັດທະຍົມສຶກສາຕອນປາຍ ມ7 ທີ 1 ວິຊາ ຄະນິດສາດ ແມ່ນ ທ້າວ ສຸບັນ ສີອຸດົມພັນ ໂຮງຮຽນ ມສ ປາກແຊງ, ວິຊາ ພາສາລາວ-ວັນນະຄະດີ ແມ່ນ ນາງ ອໍາໄພ ມີດາວເພັດ ໂຮງຮຽນ ມສ ສົບແຈກ, ວິຊາ ຟີຊີກສາດ ແມ່ນ ທ້າວ ຄໍາແພງ ດວງພະຈັນ ໂຮງຮຽນ ມສ ສົບແຈກ, ວິຊາ ເຄມີສາດ ແມ່ນ ນາງ ດີດາ ຫົງດາແສງ ໂຮງຮຽນ ມສ ປາກແຊງ, ເຊີ່ງທັງໝົດນີ້ຈະໄດ້ເປັນຕົວແທນນັກຮຽນເກັ່ງລະດັບເມືອງ ໄປສອບເສັງລະດັບແຂວງ ປະຈໍາສົກຮຽນ 2024-2025 ຕໍ່ໄປ.
ຂ່າວ: ພົມມີ ຄໍາມະນີ (ສກມ ປາກແຊງ)