ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ຖອດຖອນບົດຮຽນ ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII ຕິດພັນກັບກອງປະຊຸມ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ກອງປະຊຸມຈັດຂຶ້ນໃນວັນທີ 23 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງ ໂດຍການເປັນປະທານຂອງທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າກອງບັນຊາ ປກຊ-ປກສ ຫົວໜ້າຫ້ອງການ,ຫົວໜ້າອະນຸກຳມະການແລະສະມະຊີກ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບົວພັນ ອິນຄຳມະວົງ ຄະນະປະຈຳພັກເມືອງ, ໃນນາມຫົວໜ້າອະນຸກຳມະການເນື້ອໃນໄດ້ຜ່ານບົດສະຫຼຸບຫຍໍ້ໃນການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ວຽງທອງ ຄັ້ງທີ VIII, ຕິດພັນກັບກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ເຊີ່ງແຕ່ລະອານຸກຳມະການໄດ້ສ້າງແຜນເຄື່ອນໄຫວ, ຄົ້ນຄວ້າປຶກສາຫາລື ໃນການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ໄດ້ດຳເນີນຊີວິດການເມືອງຂອງຄະນະບໍລິຫານງານພັກເມືອງທ້າຍສະໄໝ ດຳເນີນກອງປະຊຸມສະຫຼຸບຂະບວນການແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາຂອງເມືອງ, ແຕ່ລະອານຸກຳມະການ ໄດ້ເອົາໃຈໃສ່ໃນການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ຄັ້ງທີ VIII ດໍາເນີນໄປຕາມແຜນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ, ແຕ່ລະອະນຸກໍາມະການແລະຜູ້ເຂົ້າຮ່ວມໄດ້ມີຄໍາຄິດ, ຄຳເຫັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດແຕ່ລະອະນຸກຳມະການ ທີ່ຮັບຜິດຊອບກອງປະຊຸມໃຫຍ່ຜ່ານມາ. ຕອນທ້າຍກອງປະຊຸມ ທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ພ້ອມທັງໄດ້ເອົາໃຈໃສ່ ເຮັດໃຫ້ກອງປະຊຸມ ໄດ້ດໍາເນີນໄປຕາມແຜນ ແລະ ມີຜົນສຳເລັດຢ່າງຈົບງາມ.
ພາບ-ຂ່າວ: ທອງວັນດີ






