ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງ ວຽງທອງ ເປີດກອງປະຊຸມປຶກສາຫາລືກ່ຽວກັບວຽກງານກະກຽມຄວາມພ້ອມໃນການສ້າງຕັ້ງ ຕາແສງ

May 21, 2025

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມຊັ້ນIIIສຳນັກງານປົກຄອງເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມ ປຶກສາຫາລືປະກອບຄຳຄິດເຫັນກ່ຽວກັບການ ກະກຽມຄວາມພ້ອມໃນການສ້າງຕັ້ງ ຕາແສງຢູ່ແລະວຽກງານປັບປູງກົງຈັກການຈັດຕັ້ງ, ໂດຍການເປັນປະທານຂອງ ທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ມີຮອງເລຂາຄະນະບໍລິຫານງານພັກເມືຶອງ, ບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວຫນ້າຫ້ອງການ, ຮອງຫ້ອງການ, ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ຜ່ານມະຕິຕົກລົງເລກທີ 69/ຄປພ.ມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກະກຽມຄວາມພ້ອມຮອບດ້ານໃນການສ້າງຕັ້ງຕາແຕງແລະຜ່ານມະຕິຕົກລົງ ເລກທີ 70/ຄປພ.​ມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປູງກົງຈັກການຈັດຕັ້ງຈາກນັ້ນໄດ້ຮັບຟັງການຜ່ານບົດລາຍງານ ເລື່ອງການສັງລວມ ທິດທາງ ໃນການກະກຽມການສ້າງຕັ້ງຕາແສງ ແລະການຍຸບ, ໂຮມຫ້ອງການ, ພາຍໃນເມືອງວຽງທອງ ເຊິ່ງໄດ້ສົ່ງຂໍ້ມູນເບື້ອງຕົ້ນ,​ ຕາແສງຂອງເມືອງມີ 4 ຕາແສງ ແລະ ໃສ່ຊື່ຕາແສງຕາມກຸ່ມບ້ານຂອງເມືອງເຊັ່ນ: 1 ຕາແສງ ຜາທອງ, 2 ຕາແສງ ນາຊວງ, 3 ຕາແສງ ນາເມືອງ ແລະ 4 ຕາແສງຈອມທອງ ໃນນັ້ນດ້ານກົງຈັກການຈັດຕັ້ງຂອງຕາແສງປະກອບມີ 4 ກຸມວຽກດັ່ງນີ້:1 ກຸ່ມວຽກ ບໍລິຫານ-ປົກຄອງ, 2 ກຸ່ມວຽກ ເສດຖະກິດແຜນການ, 3 ກຸ່ມວຽກ ວັດທະນາທຳ-ສັງຄົມ ແລະ 4 ກຸ່ມວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນອກນັ້ນຍັງມີກຸ່ມວຽກພັກ-ອົງການຈັດຕັ້ງມະຫາຊົນ. ກອງປະຊຸມຜູ້ເຂົ້າຮ່ວມໄດ້ມີຄຳຄິດ, ຄຳເຫັນຕໍ່ກັບວຽກປັບປຸງກົງຈັກການຈັດຕັ້ງ ແລະການກະກຽມສ້າງຕັ້ງຕາແສງຢ່າງກົງໄປກົງມາເພື່ອເປັນເອກະພາບກັນ ແລ້ວສະຫຼຸບສັງລວມເພື່ອຈະໄດ້ນຳສະເໜີຕໍ່ຂັ້ນເທິງ. ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ, ໃຫ້ທິດຊີ້ນຳຈາກທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ, ປະທານກອງປະຊຸມຕື່ມອີກ.
ພາບ-ຂ່າວ ທອງວັນດີ