ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງ ສັງທອງ ມີ 12 ບ້ານ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

Sep 14, 2024

ອີງຕາມຂໍ້ມູນຈາກການລາຍງານຂອງ ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ, ນະຄອນຫລວງວຽງຈັນ ໃນໂອກາດທີ່ ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢູ່ເມືອງສັງທອງໃນວັນທີ 13 ກັນຍາ 2024 ໃຫ້ຮູ້ວ່າ: ເມືອງ ສັງທອງ ມີທັງໝົດ 12 ບ້ານ, 216 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຍ້ອນນໍ້າຂອງຍື່ງຂຶ້ນສູງ, ພ້ອມນີ້, ເສັ້ນທາງ ເລກທີ 11 ຈຸດໃຕ້ບ້ານສຳພັນນາ (ນ້ຳຖ້ວມ 500 ກວ່າແມັດ ແລະ ເໜືອບ້ານແກ້ງໝໍ້ ຖ້ວມ 200 ກວ່າແມັດ), ລົດຈັກ, ລົດເກັງ ບໍ່ສາມາດທຽວເສັ້ນທາງຈຸດດັ່ງກ່າວໄດ້.
ປັດຈຸບັນ ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂັ້ນເມືອງ, ຂັ້ນບ້ານ ໄດ້ຍົກຍ້າຍປະຊາຊົນທີ່ຖືກຜົນກະທົບໄປຢູ່ເຂດທີ່ປອດໄພ (ໄປຢູ່ນຳລູກ, ຫລານ, ຍາດພີ່ນ້ອງ). ພ້ອມທັງ ນໍາໃຊ້ພະນັກງານ, ທະຫານ, ຕຳຫລວດ ແລະ ການຈັດຕັ້ງບ້ານ, ປກສ, ກອງຫລອນບ້ານ ເຄື່ອນຍ້າຍວັດຖຸສິ່ງຂອງພາຍໃນເຮືອນອອກໄປໄວ້ໃນເຂດທີ່ປອດໄພ.
ສໍາລັບສະພາບນໍ້າຖ້ວມຢູ່ເມືອງສັງທອງ. ອີງຕາມຂໍ້ມູນຈາກຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງສັງທອງ ໃຫ້ຮູ້ວ່າ: ມາຮອດວັນທີ 14 ກັນ ຍາ 2024 ນີ້ ລະດັບນໍ້າຍັງສືບຕໍ່ເພີ່ມຂຶ້ນ ເຮັດໃຫ້ເສັ້ນທາງເລກທີ 11 ເໜືອຜ່ານສອງຈຸດຂອງເມືອງ ຄື: ຈຸດບ້ານສໍາພັນ ແລະ ແກ້ງໝໍ້ ບໍ່ສາມາດສັນຈອນຜ່ານໄດ້ ຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃຊ້ເສັ້ນທາງອື່ນແທນເພື່ອຄວາມປອດໄພ.