ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງ ອາດສະພອນ ຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ ພສ 2567 ຢ່າງຄຶກຄື້ນ

Oct 28, 2024

ໃນລະຫວ່າງ ວັນທີ 25-26 ຕຸລາ 2024 ນີ້ ຊາວເມືອງ ອາດສະພອນ ໄດ້ສາມັກຄີກັນຈັດງານບຸນຊ່ວງເຮືອປະຈໍາປີ ພສ 2567 ຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ໂດຍການນໍາພາຂອງທ່ານ ບຸນລັດ ລໍບານເຢັນ ວ່າການເຈົ້າເມືອງອາດສະພອນ ພ້ອມດ້ວຍຄະນະການນໍາຂອງເມືອງ.
ພິທີເປີດງານດັ່ງກ່າວແມ່ນໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 25 ຕຸລາ 2024 ເພື່ອສືບສານຕໍານານປະເພນີອັນດີງາມຂອງຊາວລາວ ກໍ່ຄືຊາວເມືອງ ອາດສະພອນ ອິກຢ່າງໜຶ່ງກໍ່ເພື່ອເປັນການສ້າງຄວາມສາມັກຄີພາຍໃນຂົງເຂດການຈັດຕັ້ງທຸກຂະແໜງການ ແລະບ້ານຕ່າງໆພາຍໃນເມືອງ ນອກຈາກນີ້ກໍ່ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນເມືອງໃຫ້ມີບັນຍາກາດອັນຄຶກຄື້ນ ມ່ວນຊື່ນຂຶ້ນກວ່າເກົ່າ ພ້ອມທັງເປັນການສ້າງລາຍໄດ້ໃຫ້ປະຊາຊົນລາວ ກໍ່ຄືແມ່ຄ້າຊາວຂາຍ
ສໍາລັບການແຂ່ງຂັນກິລາເຮືອຊ່ວງປະເພນີ ບໍ່ເກີນ12 ສີພາຍຂອງເມືອງ ປະຈໍາປີ ພສ 2567 ຄັ້ງນີ້ ມີທີມກິລາເຮືອຊ່ວງເຂົ້າຮ່ວມ ທັງໝົດ 42 ທີມ, ຍິງ 8 ທີມ, ຊາຍ 34ທີມ,
ຜົນການແຂ່ງຂັນເຫັນວ່າ: ຊະນະເລີດທີມ ຍິງ ແມ່ນ ທີມສາວຜູ້ໄທນ້ອຍ ບ້ານ ນາຍອນ, ທີ 2 ແມ່ນ ທີມສາວອະນຸສອນ ບ້ານ ດົງທະດາ , ທີ 3 ແມ່ນ ທິມບ້ານກຸດແຄນ ແລະທີ 4 ແມ່ນ ທີມເຮືອ ຫ້ອງວ່າການປົກຄອງເມືອງ; ສ່ວນຊະນະເລີດ ທີມ ຊາຍ ແມ່ນ ທີມ ພອນຈະເລີນ ບ້ານ ນາຍອນ, ທີ 2 ແມ່ນທີມໜຸ່ມນາຍອນ, ທີ 3 ແມ່ນ ທີມສິງໂຕນຳໂຊກ ບ້ານ ຈອມຮາດ, ທີ 4 ແມ່ນ ທີມເຮືອສາວອະນຸສອນບ້ານດົງທະດາ.
ສໍາລັບຂອງຂັວນລາງວັນທີມເຮືອທີ່ເຂົ້າຮ່ວມແຂ່ງຂັນ ຊະນະເລີດ ທີມ ຍິງ – ຊາຍ ແມ່ນໄດ້ຮັບເງິນ ສົດ 5 ລ້ານກີບ ພ້ອມຂັນ 1 ໜ່ວຍ, ລາງວັນທີ 2 ທີມ ຍິງ – ຊາຍ ໄດ້ຮັບເງິນສົດ 4 ລ້ານກີບ, ລາງວັນ ທີ 3 ຍິງ – ຊາຍ ໄດ້ຮັບເງິນສົດ 3 ລ້ານກີບ, ລາງວັນທີ 4 ທີມ ຍິງ – ຊາຍ ໄດ້ຮັບເງິນ 2 ລ້ານກີບ ແລະລາງວັນຊົມເຊີຍ ທຽບທ່າ ຍິງ-ຊາຍ ໄດ້ຮັບເງິນສົດ ລາງວັນລະ 3 ແສນກີບ.
ຂ່າວ, ຫ້ອງການ ຖວທ ເມືອງ ອາດສະພອນ.