ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມື່ອ​ຊາວ​ຈີນ​ນັບ​ມື້ນັບຫຼາຍຂຶ້ນ​​ນິ​ຍົມ​ໃຊ້​ຈ່າຍເພື່ອການ​ບໍ​ລິ​ໂພກ​ເພີ່ມ​ຂຶ້ນ

Mar 25, 2025

ໃນ 2 ເດືອນ​ທຳ​ອິດ​ຂອງປີ​ນີ້, ຍອດ​ມູນ​ຄ່າຂາຍ​ຍ່ອຍ​ຂອງ​ເຄື່ອງອຸ​ປະ​ໂພກ-ບໍ​ລິ​ໂພກ​ໃນ​ສັງ​ຄົມ​ຈີນ ​ບັນ​ລຸ​ເຖິງ 8.373,1 ຕື້ຢວນ, ຈັງ​ຫວະການ​ເພີ່ມ​ຂຶ້ນ​ແມ່ນ​ສູງກວ່າ​ການ​ຄາດ​ຄະ​ເນໄວ້. ເມື່ອ​ບໍ່​ດົນ​ມາ​ນີ້, ທະ​ນາ​ຄານ​ເຢຍ​ລະ​ມັນ​ທີ່​ເປັນ​ທະ​ນາ​ຄານ​ທຸ​ລະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ເຢຍ​ລະ​ມັນ​ ໄດ້​ຕີ​ລາ​ຄາ​ວ່າ: “ຜູ້​ບໍ​ລິ​ໂພກ​ຂອງ​ຈີນ​ມີ​ຄວາມ​ໝັ້ນ​ໃຈ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ.”
ຄວາມ​ໝັ້ນ​ໃຈ​ນີ້​ແມ່ນ​ມາ​ແຕ່​ໃສ? ໃນ​ດ້ານ​ໜຶ່ງ ແມ່ນ​ຍ້ອນ​ວ່າ ນັບແຕ່​ປີ​ກາຍເປັນຕົ້ນມາ ໂດຍລວມເສດ​ຖະ​ກິດ​ຈີນ​ໄດ້​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ ແລະ ກ້າວ​ໄປ​ໃນ​ທິດ​ທາງ​ທີ່​ດີຂຶ້ນ, ລາຍ​ຮັບຂອງພົນລະເມືອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ເຊິ່ງ​ໄດ້​ສະ​ໜອງ​ພື້ນ​ຖານ​ດ້ານ​ລາຍ​ຮັບ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງ​ການ​ບໍ​ລິ​ໂພກ; ໃນ​ອີກ​ດ້ານ​ໜຶ່ງ, ​ນັບ​ແຕ່​ເດືອນ​ກັນ​ຍາ​ປີ 2024 ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ຈີນໄດ້ວາງນະ​ໂຍ​ບາຍ​ໃໝ່​ຕ່າງໆ, ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ທົ່ວ​ປະ​ເທດ​ປີ​ນີ້ ໄດ້​ຈັດ​ເອົາ​ການ​ຊຸກ​ຍູ້​ການ​ບໍ​ລິ​ໂພກ​ຢ່າງ​ແຂງ​ແຮງ​ເປັນ​ອັນ​ດັບ​ໜຶ່ງ​ໃນ 10 ໜ້າ​ທີ່​ສຳ​ຄັນ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ຍັງ​ໄດ້​ເຜີຍ​ແຜ່ “ແຜນດຳ​ເນີນ ງານ​ສະ​ເພາະ​ກິດ​ເພື່ອ​ຊຸກ​ຍູ້​ການ​ບໍ​ລິ​ໂພກ”, ມາດ​ຕະ​ການ​ເຫຼົ່າ​ນີ້​ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການເປີດກວ້າງ​ການ​ບໍ​ລິ​ໂພກ.
ເມື່ອ​ຜູ້​ບໍ​ລິ​ໂພກ​ນັບ​ມື້​ນັບຫຼາຍຂຶ້ນ​ຍິນ​ດີ​ໃຊ້​ຈ່າຍ ຖືເປັນ​ຂ່າວ​ດີ​ສຳ​ລັບ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ທີ່​ພັດ​ທະ​ນາ​ທຸ​ລະ​ກິດ​ຢ່າງ​ເລິກ​ເຊິ່ງ​ຢູ່​ຈີນ. ນັບແຕ່​ຕົ້ນ​ປີ​ນີ້ເປັນຕົ້ນ​ມາ, ອົງ​ການ​ທຶນ​ຕ່າງ​ປະ​ເທດ​ຈຳ​ນວນບໍ່ໜ້ອຍຕ່າງ​ສະ​ແດງ​ຄວາມ​ໝັ້ນ​ໃຈ​ຕໍ່​ອະ​ນາ​ຄົດ​ຂອງ​ຕະຫຼາດ​ການ​ບໍ​ລິ​ໂພກ​ຂອງ​ຈີນ. ປັດ​ຈຸ​ບັນ, ​ໂຄງ​ການ​ລົງທຶນຂອງຕ່າງປະ ເທດຂະໜາດໃຫຍ່ຈຳ​ນວນ​ໜຶ່ງ ໄດ້​ລົງ​ມື​ປະ​ຕິ​ບັດ​ຕົວ​ຈິງ​ຢູ່​ຈີນ​ຢ່າງ​ຕິດ​ຕໍ່​ກັນ ໂດດຍມູນ​ຄ່າ​ການ​ລົງ​ທຶນ​ຕາມ​ແຜນ​ມີ​ເຖິງ 33 ຕື້ໂດລາ, ວິສາຫະກິດລົດຂ້າມຊາດຕ່າງໆ ເຊັ່ນ: ເທັສລາ, ເລັກຊາສ ແລະອື່ນໆ​ພາ​ກັນ​ປະ​ກາດ​ຈະ​ເພີ່ມ​ການ​ລົງ​ທຶນ​ຢູ່​ຕະຫຼາດ​ຈີນ; ບໍ​ລິ​ສັດ​ຜະ​ລິດ​ຢາ Eli Lilly ສັນ​ຍາ​ວ່າ​ຈະ​ເພີ່ມ​ການ​ລົງ​ທຶນ​ຢ່າງ​ຕໍ່​ເນື່ອງ ແລະ ຈະເພີ່ມ​ກຳ​ລັງ​ການ​ຜະ​ລິດ​ຢູ່​ຈີນ; ​ປີນີ້ແມັກໂດນັນມີ​ແຜນ​ຈະເປີດ​ຮ້ານ​ໃໝ່​ອີກ 1.000 ຮ້ານ; ຈາກ​ແຜນລົງ​ທຶນ​ເຫຼົ່າ​ນີ້​ເຮັດໃຫ້ສາມາດສັງ​ເກດ​ເຫັນໄດ້ຢ່າງງ່າຍວ່າ: ຕະຫຼາດ​ການ​ບໍ​ລິ​ໂພກ​ອັນ​ໃຫຍ່ຫຼວງ​ຂອງ​ຈີນ ຍັງ​ຄົງ​ເປັນ​ແຮງ​ດຶງດູດໃຈ​ທີ່​ແຂງ​ແຮງ​ທີ່​ສຸດ​ຕໍ່​ທຶນ​ຕ່າງ​ປະ​ເທດ.
ທີ່ມາ: CMG