ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມົາຢາບ້າ ທໍາຮ້າຍຄົນອື່ນຈົນເສຍຊີວິດ

Nov 1, 2024

ປກສ ແຂວງ ຄໍາມ່ວນ ລາຍງານວ່າ: ວັນທີ 29 ຕຸລາ 2024 ຜ່ານມານີ້ ເຈົ້າ ໜ້າທີ່ພະແນກສບສວນສອບສວນ ໄດ້ນຳຕົວຜູ້ຖືກຫາໃນຄະດີຄາດຕະກຳລົງເຮັດແຜນທົດສະກຳເພື່ອປະກອບຄຳຮັບສາລະພາບ.
ເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ເຫດການເກີດຂຶ້ນ ວັນທີ 20 ສິງຫາ 2024 ເນື່ອງຈາກມີເຫດການຄາຕະກຳ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບສາຫັດ 1 ຄົນ ຜ່ານການເກັບກຳຂໍ້ມູນຫຼັກຖານຢູ່ຈຸດເກີດເຫດ, ຊັນນະສູດຊາກສົບ ແລະ ເອົາຄຳໃຫ້ການຈາກປະຊາຊົນທີ່ຢູ່ໃກ້ຄຽງ ຈຶ່ງຮູ້ວ່າ: ຜູ້ເສຍຊີວິດຊື່ ທ້າວ ແຄນຊີດໍ ລາຊະວົງ ອາຍຸ 42 ປີ, ປະຊາຊົນ ບ້ານດອນຂຽວ ເມືອງໜອງບົກ ແຂວງຄຳມ່ວນ ແລະ ຜູ້ບາດເຈັບ ຊື່ ທ້າວ ຈ່ອຍ ລິນດາ ອາຍຸ 25 ປີ ອາຊີບປະຊາຊົນ ຢູ່ບ້ານນານ້ອຍ ເມືອງໄຊບົວທອງ ແຂວງຄຳມ່ວນ (ທັງສອງແມ່ນເປັນກຳມະກອນຮັບຈ້າງເຜົາຖ່ານ).
ສາເຫດ ແລະ ແຮງຈູງໃຈແມ່ນຍ້ອນບັນຫາຢາເສບຕິດ ທີ່ຜ່ານມາຂອງຜູ້ກ່ຽວ ແມ່ນໄດ້ເຄື່ອນໄຫວພົວພັນເສບຢາເສບຕິດມາແຕ່ປີ 2019 ກ່ອນມື້ກໍ່ເຫດ 2 ວັນ ແມ່ນໄດ້ໄປຊື້ຢາບ້ານຳຄົນຮູ້ຈັກໃນຈຳນວນ 2 ເມັດມາເສບຄົນດຽວຈົນໝົດແລ້ວກັບມາບ່ອນເຮັດວຽກຈຶ່ງເຮັດໃຫ້ທ້າວ ແຄນຊິດໍ (ຜູ້ເສຍຊີວິດ) ຈົ່ມວ່າຈົນເກີດການຜິດຖຽງກັນແລ້ວເກີດເຫດຄາຕະກຳໃນຄັ້ງນີ້.