ວັນທີ 12 ພະຈິກ 2024 ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ໄປຢ້ຽມຊົມສິນຄ້າຮ້ານວາງສະແດງສິນຄ້າໂອດ໊ອບ ທີ່ເດີ່ນສະໜາມຫຼວງພະທາດຫຼວງ ໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2024 ຈັດຂຶ້ນວັນທີ 11-15 ພະຈິກ 2024 ຖືກຕ້ອນຮັບໂດຍຄະນະຮັບຜິດຊອບຈັດງານບຸນ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ທ່ານ ວົງໄຊ ພົມມີໄຊ ຫົວໜ້າພະແນກການຕ່າງປະເທດ ນວ ບັນດາຮອງຫົວໜ້າພະແນກ ແລະ ຂະແໜງການກ່ຽວຂ້ອງ.
ການລົງຢ້ຽມຊົມສິນຄ້າຮ້ານວາງສະແດງໃນງານບຸນພະທາດຫຼວງຄັ້ງນີ້ ປະທານສະພາປະຊາຊົນ ນວ ໄດ້ຮັບຟັງການລາຍງານການຈັດງານບຸນ ການວາງສະແດງສິນຄ້າ ແລະ ກິດຈະກຳຕ່າງໆທີ່ປິ່ນອ້ອມ ຢູ່ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2024 ໃນນັ້ນກໍມີດ້ານດີ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກນັບແຕ່ການກະກຽມຈົນເຖິງປັດຈຸບັນຂອງການຈັດງານ ໂດຍລວມແລ້ວງານບຸນປະເພນີແມ່ນຮັກສາໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ທີ່ເຄີຍປະຕິບັດກັນມາຍາວນານ ນັບແຕ່ມື້ເປີດງານເປັນຕົ້ນມາໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງມວນຊົນທົ່ວປະເທດເຂົ້າມາທ່ຽວຊົມ ແລະ ຈັບຈ່າຍຊື້ສິນຄ້າຢູ່ພາຍໃນງານບຸນເປັນຈຳນວນຫຼວງຫຼາຍ ເຮັດໃຫ້ບັນຍາກາດພາຍໃນງານບຸນມີຄວາມເບີກບານມ່ວນຊື່ນ ແລະ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວໃນໂອກາດປີທ່ອງທ່ຽວລາວ 2024.
ພາຍຫຼັງຮັບຟັງການລາຍງານຂອງແຕ່ລະອະນຸກຳມະການຮັບຜິດຊອບງານບຸນແລ້ວ ປະທານສະພາປະຊາຊົນ ນວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການເຮັດວຽກມີຜົນສຳເລັດເປັນກ້າວໆ ເຮັດໃຫ້ງານບຸນດຳເນີນໄປຕາມວາລະທີ່ກຳນົດໄວ້ ພ້ອມທັງຊີ້ນໍາໃຫ້ຄະນະຮັບຜິດຊອບສືບຕໍ່ເອົາໃຈໃສ່ປະຕິບັດວຽກງານ ທີ່ໄດ້ມອບໝາຍໃຫ້ມີຜົນສຳເລັດເປັນຕົ້ນບັນດາກິດຈະກຳໃນງານບຸນ ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທຸລະກິດ ແລະ ຊາວຄ້າຂາຍທີ່ນໍາເອົາສິນຄ້າມາວາງສະແດງຂາຍ ແລະ ອື່ນໆ.
ໂອກາດນີ້ຄະນະຮັບຜິດຊອບຈັດງານບຸນຍັງໄດ້ນໍາພາປະທານສະພາປະຊາຊົນ ນວ ໄປຢ້ຽມຊົມສິນຄ້າບັນດາຮ້ານສິນຄ້າໂອດ໊ອບ ແລະ ຮູບພາບພະທາດຫຼວງ ການເຄື່ອນໄຫວກິດຈະກຳໃນງານບຸນທີ່ນໍາມາວາງສະແດງຢູ່ພາຍໃນງານບຸນນະມັດສະການພະທາດຫຼວງຕື່ມອີກ.
ທີ່ມາ: ວຽງຈັນໃໝ່






