ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສໍາມະນາ ຫົວຂໍ້: “ແບບແຜນວິທິເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ ໃນວັນທີ 8 ກັນຍານີ້ ”ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ (ຫຼັກ 6) ໂດຍການເປັນປະທານ ຂອງສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ, ເລຂາ-ຮອງເລຂາພັກແຂວງ, ປະທານສະພາປະຊາຊົນນະຄອນຫຼວງ-ແຂວງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງ-ແຂວງ, ບັນດາຫົວໜ້າຄະນະຈັດຕັ້ງນະຄອນຫຼວງ-ແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນທີ່ຂຶ້ນກັບຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ; ໃຫ້ກຽດບັນລະຍາຍບົດຮຽນໃນກອງປະຊຸມສໍາມະນາຄັ້ງນີ້ໂດຍສະຫາຍ ຫງວຽນ ບ໋າ ຈຽນ ຜູ້ອໍານວຍການສະຖາບັນການປົກຄອງ ແລະ ບໍລິຫານລັດ ຂອງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ.
ກອງປະຊຸມ ທີ່ມີຄວາມໝາຍສໍາຄັນນີ້ ໄດ້ຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດໂອ້ລົມ ຊຶ່ງມີເນື້ອໃນສໍາຄັນບາງຕອນ ວ່າ: ເປັນໂອກາດອັນດີທີ່ພວກເຮົາຈະໄດ້ນໍາເອົາບົດຮຽນຈາກ ສສ ຫວຽດນາມ ມາຈັດຕັ້ງຜັນຂະຫຍາຍໃຫ້ແທດເໝາະກັບການຈັດຕັ້ງປະຕິບັດວຽກງານຕົວຈິງ, ຜ່ານການຮັບຟັງກ່ຽວກັບການສໍາມະນາໃນຄັ້ງນີ້ ເຫັນວ່າ ສສ ຫວຽດນາມ ມີກົນໄກທີ່ວ່ອງໄວ, ກະທັດຮັດ, ຊັດເຈນສາມາດຄຸ້ມຄອງລະບົບແນວທາງການພັດທະນາປະເທດຊາດ, ມີການບູລະນະ ດ້ານການບໍລິຫານຕົວຈິງ ແຕ່ບໍ່ປ່ຽນແປງຫຼັກການໃຫຍ່ ທີ່ເຫັນເຖິງຄວາມສໍາຄັນຂອງຫຼັກການ “ພັກນໍາພາ, ລັດຄຸ້ມຄອງບໍລິຫານ ແລະ ປະຊາຊົນເປັນເຈົ້າ” ຖືສໍາຄັນ ການເອົາປະຊາຊົນເປັນກົກ, ເອົາການພັດທະນາທ້ອງຖິ່ນເປັນເປົ້າໝາຍ ໃນການພັດທະນາຢ່າງເຖິງກົກເຖິງຮາກ. ສະນັ້ນ, ພວກເຮົາຕ້ອງເດັດດ່ຽວໃນການປະຕິບັດຫຼັກການ ປະຊາທິປະໄຕລວມສູນ ຫຼື ລວມສູນປະຊາທິປະໄຕໃຫ້ໄດ້ ຫຼັກການນີ້ແມ່ນຫຼັກການຂອງພັກ ບົ່ງໄວ້ໃນກົດລະບຽບປ່ຽນແປງໃໝ່ຂອງພັກ, ການສ້າງຕັ້ງຕາແສງຄືນໃໝ່ ກໍເປັນການບູລະນະແນວທາງຂອງການນໍາພາຄຸ້ມຄອງຂອງພັກ, ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ຊຶ່ງມີຂໍ້ກໍານົດ, ມີລະບຽບ ແລະ ມີພາລະບົດບາດແລ້ວ ພຽງແຕ່ຕ້ອງໄດ້ຕັດສິນໃຈເຮັດໃຫ້ເກີດ, ສ້າງໃຫ້ໄດ້ມາດຕະຖານຮັດກຸມ, ບໍລິຫານໃຫ້ໄດ້ໂລ່ງລ່ຽນໜັກແໜ້ນໃຫ້ເປັນຮູບປະທໍາ, ບໍ່ຄວນງໍ້ງ່ຽງລັ່ງເລ, ສ້າງຮາກຖານໃຫ້ເຂັ້ມແຂງຂຶ້ນ, ໜັກແໜ້ນຂຶ້ນ ຊ່ວຍທ້ອງຖິ່ນໃນການພັດທະນາເສດຖະກິດ-ສັງຄົມ, ລຶບລ້າງຄວາມທຸກຍາກໃຫ້ໝົດໄປເທື່ອລະກ້າວ.
ໃນກອງປະຊຸມ, ສະຫາຍ ຫງວຽນ ບ໋າ ຈຽນ ໄດ້ໃຫ້ຮູ້ກ່ຽວກັບ ການກຳເນີດ, ການດໍາເນີນງານໃນແຕ່ລະໄລຍະ ຊຶ່ງມີຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານການຄວບຕໍາແໜ່ງ ທີ່ເປັນບົດຮຽນ ແລະ ປະສົບການຂອງພັກກອມມູນິດຫວຽດນາມ ໃນການຄວບຕໍາແໜ່ງເລຂາ ຫຼື ຮອງເລຂາຄະນະບໍລິຫານງານພັກແຂວງ/ນະຄອນ ພ້ອມທັງເປັນປະທານສະພາປະຊາຊົນແຂວງ/ນະຄອນ ແລະ ຮອງເລຂາຄະນະບໍລິຫານງານພັກແຂວງ/ນະຄອນ ພ້ອມທັງເປັນປະທານຄະນະກໍາມະການປະຊາຊົນ.

ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ຜ່ານຮ່າງບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດຂໍ້ກໍານົດສະບັບເລກທີ 46/ກມສພ ລົງວັນທີ 19 ມີນາ 2026 ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນ ລະຫວ່າງເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງນະຄອນຫຼວງ/ແຂວງ ແລະ ຂໍ້ກໍານົດ ສະບັບເລກທີ 03/ຄລສພ ລົງວັນທີ 20 ເມສາ 2026 ວ່າດ້ວຍແບບແຜນວິທີເຮັດວຽກ ແລະ ການພົວພັນ ລະຫວ່າງເລຂາຄະນະບໍລິຫານງານພັກ ກັບ ປະທານຄະນະກໍາມະການປົກຄອງເມືອງ/ນະຄອນ ໂດຍຂໍ້ກໍານົດທັງສອງສະບັບ ໄດ້ກໍານົດລະບຽບການ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ໃຫ້ມີຄວາມຈະແຈ້ງ, ຊັດເຈນ ເພື່ອສ້າງແບບແຜນວິທີການເຮັດວຽກ ແລະ ການພົວພັນປະສານງານໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ຂ່າວ: ພະແນກໂຄສະນາ ຄຈສພ; ພາບ: ແສງຈັນ


