ວັນທີ 18 ຕຸລາ 2024 ທີ່ ທຳນຽບປະທານປະເທດ, ນະຄອນຫລວງວຽງຈັນສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນ ແທັງ ເໝີ້ນ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 17-18 ຕຸລານີ້ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 45.
ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ AIPA-45 ຂອງສະຫາຍ ເຈິນ ແທັງ ເໝີ້ນ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈອັນແຮງກ້າແກ່ ສປປ ລາວ ເຮັດສໍາເລັດໜ້າທີ່ພັນທະສາກົນຂອງຕົນ. ສປປ ລາວ ຫາກໍ່ສໍາເລັດການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມອື່ນໆ ຢ່າງຈົບງາມ; ປັດຈຸບັນນີ້, ສະພາແຫ່ງຊາດລາວ ພວມຂຸ້ນຂ້ຽວສຸມໃສ່ ການເປັນເຈົ້າພາບກອງປະຊຸມ ໄອປາ ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ,
ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ຜ່ານມາ ເຖິງວ່າສະພາບພາກພື້ນ, ສາກົນ ມີການຜັນແປຢ່າງໄວວາ, ສັບສົນ, ສະ ພາບພາຍໃນຂອງສອງປະເທດ ກໍມີຄວາມຫຍຸ້ງຍາກບໍ່ໜ້ອຍ, ແຕ່ສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ທັງກວ້າງ ແລະ ເລິກ ໃນທຸກໆຂົງເຂດວຽກງານ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ ແທນການນໍາຂັ້ນສູງ ລະຫວ່າງ ສອງພັກ, ສອງລັດ ນັບທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ເມື່ອບໍ່ດົນມານີ້ ຂ້າພະເຈົ້າ ກໍໄດ້ໄປຢ້ຽມຢາມລັດ ຖະກິດ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມກົມການເມືອງ ສອງພັກ ທີ່ນະ ຄອນຫຼວງຮ່າໂນ້ຍ ຊຶ່ງສອງຝ່າຍໄດ້ມີການປຶກສາຫາລື ກ່ຽວກັບການພົວພັນຮ່ວມມືດ້ານຕ່າງໆ ນໍາເອົາການພົວພັນລາວ-ຫວຽດນາມ ກ້າວສູ່ລະດັບສູງອັນໃໝ່.
ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງທີ່ເຫັນວ່າການຮ່ວມມືທາງດ້ານເສດຖະ ກິດ, ສອງຝ່າຍ ໄດ້ຮັບການຊຸກຍູ້ສົ່ງເສີມ ມູນຄ່າການຄ້າສອງຝ່າຍ ມີການເພີ່ມຂຶ້ນເລື້ອຍໆ ທຽບໃສ່ໄລຍະດຽວກັນ ຂອງປີ ທີ່ຜ່ານມາ; ການລົງທຶນຂອງຫວຽດນາມ ຈັດຢູ່ໃນອັນດັບຕົ້ນໆ ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ;
ພ້ອມນີ້, ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນການພົບປະ ລະຫວ່າງ ສອງປະທານສະພາແຫ່ງ ຊາດລາວ-ຫວຽດນາມ ຊຶ່ງໄດ້ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ພ້ອມ ກັນປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ; ຮ່ວມກັນຈັດຕັ້ງຜັນຂະຫຍາຍບົດບັນທຶກ ວ່າດ້ວຍການຮ່ວມມື ຂອງສອງສະພາແຫ່ງຊາດລາວ ແລະ ຫວຽດນາມ.
ນອກຈາກນີ້ ຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອໃຫຍ່ຫຼວງອັນລໍ້າຄ່າ ແລະ ທັນການ ໃຫ້ແກ່ ສປປ ລາວ ,ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພິເສດ ໃນຂະນະທີ່ ສປປ ລາວ ກໍາລັງປະເຊີນໜ້າກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສະຫາຍຫວຽດນາມ ໄດ້ມີການຊ່ວຍເຫຼືອໝົດຈິດໝົດໃຈ ແບບ “ເຂົ້າເມັດຫັກ ຜັກເສັ້ນແບ່ງ ກໍບິແບ່ງກັນກິນ”
ສະຫາຍ ເລຂາທິການໃຫຍ່ ຍັງໄດ້ອວຍພອນໄຊໃຫ້ ສະຫາຍ ປະທານສະພາແຫ່ງ ຊາດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງຕົນ, ອວຍພອນໃຫ້ການຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສາມັດຊາໃຫຍ່ໄອປາ ຄັ້ງທີ 45 ຢູ່ ສປປ ລາວ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮວ່ມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສວຍສົດງົດງາມຕະ ຫຼອດກາລະນານ.
ສ່ວນ ສະຫາຍ ປະທານສະພາແຫ່ງຊາດ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງລາຍງານຜົນການພົບປະສອງຝ່າຍ ກັບສະພາແຫ່ງຊາດ ແຫ່ງ ສປປ ລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ໄດ້ຮັບຊາບ.
ພາບ-ຂ່າວ: ສໍານານ




