ຕອນແລງວັນທີ 8 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລຮວາຍຈູງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າພິເສດຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນສູນກາງພັກກອມມູນິດຫວຽດນາມ ທີ່ເດີນທາງມາຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ແຕ່ງຕັ້ງ ຜູ້ຕາງໜ້າພິເສດ ມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຖືໂອກາດນີ້ ຝາກຄວາມຂອບໃຈຢ່າງຈິງໃຈ ໂດຍຜ່ານສະຫາຍຜູ້ຕາງໜ້າພິເສດ ໄປຍັງສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍຄື ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ສົ່ງສານອວຍພອນຊົມເຊີຍ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ການມາອວຍພອນ ແລະ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຂອງຄະນະ ຖືເປັນຄະນະຜູ້ແທນຕ່າງປະເທດທໍາອິດ ເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຖືສໍາຄັນຂອງພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ພັກ ແລະ ປະຊາຊົນລາວບັນດາເຜົ່າ ກໍຄື ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ເປັນເຫດການປະຫວັດສາດທາງດ້ານການເມືອງ-ສັງຄົມ ອັນສໍາຄັນຍິ່ງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງໄດ້ດຳເນີນຢ່າງຖືກຕ້ອງ ຕາມກົດລະບຽບພັກ ແລະ ຖືວ່າໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໃນນັ້ນ, ບັນດາເອະການສໍາຄັນຂອງກອງປະຊຸມໃຫຍ່ໄດ້ຖືກຮັບຮອງເອົາຢ່າງມີຄວາມເປັນເອກະພາບສູງ ໂດຍສະເພາະ ໂຄງການການເມືອງ ສະບັບທີ 3 ຂອງພັກ, ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ໃນນັ້ນ, ກໍາມະການສົມບູນສູນກາງພັກ ຈໍານວນ 73 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ ຈໍານວນ 15 ສະຫາຍ.

ສະຫາຍ ເລ ຮວາຍ ຈູງ ໄດ້ຕາງໜ້າໃຫ້ ສະຫາຍເລຂາທິການໃຫຍ່ ໂຕ ເລິມ ແລະ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະແດງຄວາມຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອີກໜຶ່ງສະໄໝ ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈຢ່າງເລິກເຊິງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ, ການສຸມສະຕິປັນຍາ ແລະ ຄວາມມຸ່ງມາດປາດຖະໜາຂອງສະຫາຍເລຂາທິການໃຫຍ່ ຕະຫຼອດໄລຍະທີ່ຜ່ານມາ ແລະ ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງເປັນເຫດການເມືອງທີ່ສໍາຄັນ, ມີຄວາມໝາຍເລິກເຊິງຕໍ່ກັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດຂອງລາວ ກໍຄື ຕໍ່ການເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄູ່ຮ່ວມຍຸດທະສາດ ຫວຽດນາມ-ລາວ. ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້, ຍັງເປັນຂີດໝາຍຂອງບາດກ້າວພັດທະນາໃໝ່ຂອງການປະຕິວັດລາວ, ຢືນຢັນກໍາລັງແຮງອັນໃຫຍ່ຫຼວງຂອງກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫຼັກການ ແລະ ສືບທອດ ເພື່ອເປົ້າໝາຍປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວໃຫ້ໝັ້ນຄົງ ເຂັ້ມແຂງ ຕາມທິດສັງຄົມນິຍົມ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພັກ,ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ຕິດຕາມຢ່າງໃກ້ຊິດ, ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ໃຫ້ການສະໜັບສະໜູນ ຢ່າງຈິງໃຈ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດກອງປະຊຸມໃຫຍ່ຄັ້ງນີ້.
ພ້ອມນີ້, ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງສະຫາຍເລຂາທິການໃຫຍ່ ໂຕ ເລິມ, ສະຫາຍປະທານປະເທດ ເລືອງ ເກືອງ ແລະ ບັນດາສະຫາຍການນໍາຂັ້ນສູງ ພັກ, ລັດຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ, ສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ອວຍພອນສະຫາຍຫວຽດນາມ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໃນທ້າຍເດືອນມັງກອນ 2026 ໃຫ້ໄດ້ຮັບຜົນສໍາເລັດຢ່າງມີໄຊ.
ໃນໂອກາດເດີນທາງມາ ສປປ ລາວຄັ້ງນີ້, ສະຫາຍ ເລ ຮວາຍ ຈູງ ຍັງໄດ້ພົບປະກັບ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເພື່ອສະແດງຄວາມຊົມເຊີຍ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ເປິກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.
ພາບ: ສຳນານ


