ວັນທີ 17 ມັງກອນ 2025 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຕິດຕາມຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມພະນັກງານ ແລະ ອໍານາດການປົກຄອງບ້ານອ້ອມຂ້າງເມືອງປາກກະດິງ ແຂວງບໍລິຄໍາໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ພ້ອມດ້ວຍອໍານາດການປົກຄອງເມືອງ, ບ້ານ ແລະ ພະນັກງານພາຍໃນເມືອງ ໃຫ້ການຕ້ອນຮັບ.
ໂອກາດນີ້ ທ່ານໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານ, ສະພາບການພັດທະນາເສດຖະ ກິດ-ສັງຄົມພາຍໃນເມືອງປາກກະດິງ ໃນໄລຍະ 1 ປີທີ່ຜ່ານມາ ແລະ ການກະ ກຽມຄວາມພ້ອມໃນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ເຊິ່ງໂດຍລວມແລ້ວ, ເມືອງປາກກະດິງ ຍັງສືບຕໍ່ມີຄວາມ ສະຫງົບ, ເປັນລະບຽບ ຮຽບຮ້ອຍດີ, ດ້ານເສດຖະກິດໄດ້ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານ ລື່ນແຜນການທີ່ວາງໄວ້ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 160,72% ອັນພົ້ນເດັ່ນແມ່ນຂະບວນ ການຜະລິດການປູກ-ການລ້ຽງຂອງປະຊາຊົນ ເປັນຂະບວນການຢ່າງກວ້າງຂວາງ ເຊິ່ງສະແດງອອກການປູກເຂົ້າ, ປູກສາລີ, ຢາງພາລາ ແລະ ພືດຜັກອື່ນໆກາຍເປັນສິນຄ້າສົ່ງອອກ, ເຮັດໃຫ້ປະຊາຊົນພາຍໃນເມືອງມີລາຍຮັບສູງ, ຊິວິດການເປັນຢູ່ນັ້ບມື້ດີຂຶ້ນເປັນກ້າວໆ ສະເລ່ຍຕໍ່ຫົວຄົນເກືອບ 18 ລ້ານກີບຕໍ່ປີ, ສ້າງຄອບຄົວພົ້ນທຸກໄດ້ 10.470 ຄອບຄົວ ເທົ່າກັບ 99,81% (ຍັງ 20 ຄອບຄົວ), ຄອບຄົວພັດທະນາ 10.344 ຄອບຄົວ ເທົ່າກັບ 98,61%, ສ້າງບ້ານ ເປັນຫົວໜ່ວຍພັດທະນາ 4 ດ້ານ ບັນລຸ 47 ບ້ານ ເທົ່າກັບ 100%.
ສ່ວນການກະກຽມ ແລະ ດໍາເນີນກອງປະຊຸມຄະນະບໍລິຫານງານພັກເມືອງ ມາຮອດປັດຈຸບັນ ແມ່ນສໍາເລັດການກຽມດ້ານຕ່າງໆແລ້ວ 100%, ຄາດວ່າຈະເປີດກອງປະຊຸມໃນທ້າຍເດືອນມັງກອນ ນີ້.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງ ຕໍ່ອໍານາດການປົກຄອງເມືອງ, ບ້ານ, ພະນັກງານ ແລະ ປະຊາຊົນທຸກຂະແໜງການ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານບັນລຸຜົນສໍາເລັດຕາມແຜນທີ່ວາງໄວ້, ສະແດງອອກເຫັນໄດ້ຈາກສະພາບເສດຖະກິດມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.
ພ້ອມກັນນີ້, ທ່ານຍັງຮຽກຮ້ອງໃຫ້ອໍານາດການປົກຄອງທຸກຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກ ງານ ແລະ ປະຊາຊົນ, ເອົາໃຈໃສ່ເຂົ້າໃນວຽກງານສະກັດກັ້ນສິ່ງເສບ ຕິດ, ເດັກ ນ້ອຍໃນເກນອາຍຸຕ້ອງໄດ້ຮັບການສຶກສາຢ່າງທົ່ວເຖິງ, ພ້ອມກັນພັດທະນາສະຖານທີ່ທ່ອງທ່ຽວເພື່ອດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວໃຫ້ຫລາຍຂຶ້ນ ເນື່ອງຈາກວ່າ ເມືອງປາກກະດິງ ມີທ່າແຮງດ້ານການທ່ອງທ່ຽວທໍາມະຊາດ, ມີສາຍນໍ້າໄຫລຜ່ານຫລາຍສາຍ ເໝາະແກ່ການທ່ອງທ່ຽວທໍາມະຊາດຕາມລໍານໍ້າ ແລະ ດ້ານອື່ນໆ.
ຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຍັງໄດ້ໄປຢ້ຽມຢາມ ແລະ ເບິ່ງການປຸກຝັງຂອງປະຊາຊົນ ບ້ານສົມສະໜຸກ ເມືອງປາກກະດິງ, ປະຊາຊົນສ່ວນໃຫຍ່ແມ່ນປະກອບອາຊີບປູກຝັງ, ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ, ໃນປີ 2024-2025 ນີ້, ປະຊາຊົນໄດ້ປູກສາລີຫວານ ຈໍານວນ 83 ຄອບຄົວ, ປະມານ 132 ເຮັກຕາ, ປູກ ໝາກອຶ 8 ເຮັກຕາ, ປີໜຶ່ງສາມາດປູກໄດ້ 3 ຊຸດ. ໃນນັ້ນ, ຜົນຜະລິດແມ່ນສົ່ງອອກຂາຍພາຍໃນເມືອງ, ພາຍໃນແຂວງ ແລະ ຕ່າງແຂວງຈໍານວນໜຶ່ງ.
ຂ່າວ: ສຸກສະຫວັນ
ພາບ: ວິວັດ






