ໃນໂອກາດເດີນທາງໄປເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ໄດ້ຢ້ຽມຢາມ ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ, ສປ ຈີນ ແຕ່ວັນທີ 4-6 ກັນຍາ 2025, ໂດຍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຫວັງ ໜິງ, ກໍາມະການສູນກາງພັກ, ເລຂາພັກແຂວງຢຸນນານ ຢູ່ ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ໃນວັນທີ 4 ກັນຍາ 2025.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ສະຫາຍເລຂາພັກແຂວງຢຸນນານ ກໍຄື ອໍານາດການປົກຄອງ ແລະ ປະຊາຊົນ ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ; ຕີລາຄາສູງ ຕໍ່ຜົນສໍາເລັດໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຢຸນນານ, ເຊິ່ງອັນພົ້ນເດັ່ນແມ່ນ ການລົບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຊົນນະບົດ; ຕີລາຄາສູງ ການຮ່ວມມື ລະຫວ່າງ ແຂວງຢຸນນານ ກັບ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນ ດ້ານການຄ້າ ແລະ ການລົງທຶນຂອງວິສາຫະກິດແຂວງຢຸນນານ ຢູ່ ສປປ ລາວ.

ສະຫາຍ ຫວັງ ໜິງ ໄດ້ແຈ້ງສະພາບພົ້ນເດັ່ນຂອງແຂວງຢຸນນານ ແລະ ກິ່ງແຂວງສິບສອງພັນນາ ໃຫ້ຝ່າຍລາວຊາບ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 ແລະ ພິທີລະນຶກວັນໄຊຊະນະສົງຄາມຕ້ານຟາຊິດ ຄົບຮອບ 80 ປີ ຂອງຝ່າຍລາວ; ຕີລາຄາສູງ ຕໍ່ຜົນການພົບປະ ລະຫວ່າງ 2 ເລຂາທິການໃຫຍ່, ປະທານປະເທດ ຈີນ-ລາວ ທີ່ຖືເປັນບ່ອນອີງສໍາຄັນ ຂອງການພົວພັນຮ່ວມມື ຈີນ-ລາວ ໃນຕໍ່ໜ້າ ແລະ ແຂວງຢຸນນານ ຍິນດີຈັດຕັ້ງປະຕິບັດ ທິດຊີ້ນໍາທີ່ເປັນເອກະພາບກັນ ຂອງການນໍາສູງສຸດ ສອງພັກ, ສອງລັດ ຈີນ-ລາວ ໃຫ້ປະກົດຜົນເປັນຮູບປະທໍາ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ກ້າວເຂົ້າສູ່ລະດັບສູງອັນໃໝ່.

ໃນໄລຍະຢ້ຽມຢາມ ກິ່ງແຂວງສິບສອງພັນນາ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຢ້ຽມຢາມ-ຖອດຖອນບົດຮຽນ ໃນການພັດທະນາຊົນນະບົດ ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ພື້ນຖານທາງດ້ານເສດຖະກິດ-ການຄ້າ ຈໍານວນໜຶ່ງ ຢູ່ນະຄອນຊຽງຮຸ່ງ ແລະ ເຂດບໍ່ຫານ ຊາຍແດນ ຈີນ-ລາວ ກ່ອນຈະເດີນທາງກັບຄືນ ສປປ ລາວ.


