ວັນທີ 1 ທັນວາ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ຮູ້ໜິງ, ກຳມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາເປິກສາການເມືອງແຫ່ງຊາດຈີນ, ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປ ຈີນ ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສປປ ລາວ ລະຫວ່າງວັນທີ 1-3 ທັນວາ 2025.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງ ສະຫາຍ ຫວັງ ຮູ້ໜິງ ໃນຄັ້ງນີ້, ຊຶ່ງເປັນການຢ້ຽມຢາມທີ່ມີຄວາມໝາຍສໍາຄັນ ແລະ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ ດ້ວຍມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະ ລະຫວ່າງ ສະຫາຍ ຫວັງ ຮູ້ໜິງ ກັບ ສະຫາຍ ນາຍົກລັດຖະມົນຕີລາວ ແລະ ສະຫາຍ ປະທານສູນກາງແນວລາວສ້າງຊາດ ກໍຄື ການພົວພັນຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ສະພາເປິກສາການເມືອງແຫ່ງຊາດຈີນ ໃນໄລຍະຜ່ານມາ; ໄດ້ຕີລາຄາສູງຕໍ່ການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຊຶ່ງເປັນໂຄງການທີ່ມີຄວາມໝາຍຍຸດທະສາດຂອງສອງປະເທດ ລາວ-ຈີນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ພັກ, ລັດ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນລາວ ໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ພ້ອມທັງໄດ້ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດລາວ ຕໍ່ຫຼັກການປະເທດຈີນດຽວ, ຮັບຮູ້ວ່າ ໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ ຂອງ ສປ ຈີນ; ສະໜັບສະໜູນ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມ ທີ່ ສະຫາຍ ສີ ຈິ້ນຜິງ ສະເໜີອອກໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ເນື້ອໃນສານຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ.

ໃນໂອກາດດຽວກັນນີ້, ສະຫາຍ ຫວັງ ຮູ້ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ໄດ້ຕາງໜ້າອ່ານສານຊົມເຊີຍ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ທັງໄດ້ມີຄໍາເຫັນຕີລາຄາສູງ ຕໍ່ຜົນສໍາເລັດທີ່ປະຊາຊົນລາວ ຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງ ພັກ ປປ ລາວ; ໄດ້ອວຍພອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ປປ ລາວ ໃນຕົ້ນປີ 2026 ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້; ແຈ້ງໃຫ້ຊາບ ຜົນການພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ລາວ ແລະ ສະຫາຍ ປະທານສູນກາງແນວລາວສ້າງຊາດ; ຕີລາຄາສູງຜົນການພົບປະ ລະຫວ່າງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ໃນໂອກາດຢ້ຽມຢາມ ສປ ຈີນ ໃນຕົ້ນເດືອນກັນຍາ 2025 ຜ່ານມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງການນໍາຂັ້ນສູງສຸດຂອງ 2 ພັກ ລາວ-ຈີນ ທີ່ໄດ້ເປັນເອກະພາບກັນນັ້ນ ຈະເປັນທິດທີ່ໜັກແໜ້ນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືລາວ-ຈີນ ທີ່ເປັນມູນເຊື້ອ ໃຫ້ນັບມື້ມີປະສິດທິຜົນ, ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ.

ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ


