ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

Dec 4, 2025

ໃນວັນທີ 3 ທັນວາ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສສ. ຫວຽດນາມ.


ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ໂດຍການເປັນປະທານຮ່ວມຂອງສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ທັງໃນສະໄໝຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ພິເສດ ແມ່ນການຊ່ວຍເຫຼືອດ້ານຕ່າງໆ ໃນການຮັບປະກັນຜົນສໍາເລັດຢ່າງຮອບດ້ານ ໃນການສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງນີ້.
ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງການພັດທະນາປະເທດຊາດ ທີ່ພັກ, ລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ທີ່ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ, ມີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ. ພ້ອມນີ້, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງຝ່າຍຍາດມາໄດ້ ເປັນຕົ້ນແມ່ນຜົນສໍາເລັດການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ, ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ແລະ ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ, ລວມທັງບັນດາໂຄງການຮ່ວມມືຕ່າງໆ ທີ່ສອງຝ່າຍໄດ້ເຮັດສໍາເລັດຮ່ວມກັນ. ນອກຈາກນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີສືບຕໍ່ຮັກສາການໄປມາຫາສູ່ ແລະ ການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນແຕ່ລະຂັ້ນເພື່ອຮັດແໜ້ນຄວາມສາມັກຄີຮັກແພງ ແລະ ເນັ້ນໃຫ້ມີຄຸນນະພາບຫຼາຍຂຶ້ນ; ສືບຕໍ່ການພົວພັນຮ່ວມມືຂອງບັນດາຂະແໜງການ ແລະ ປະສານສົມທົບກັນຢ່າງແຫນ້ນແຟ້ນ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ບັນດາກົນໄກການຮ່ວມມືທີ່ມີຢູ່ໃນປັດຈຸບັນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ; ເພີ່ມທະວີການເຊື່ອມໂຍງທາງດ້ານນະໂຍບາຍການພັດທະນາພື້ນຖານໂຄງລ່າງ ໂດຍຜ່ານບັນດາໂຄງການທີ່ເປັນຍຸດທະສາດ ເຊັ່ນ: ໂຄງການເສັ້ນທາງດ່ວນ ຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟວຽງຈັນ, ທ່າແຂກ, ຫວຸງອາງ; ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງຊາດ ກໍຄື ການສຶກສາອົບຮົມຊາວໜຸ່ມຮຸ່ນໃໝ່ ໃຫ້ເຂົ້າໃຈຢ່າງເລິກເຊິ່ງເຖິງຕົ້ນກໍາເນີດ ແລະ ຄວາມໝາຍສໍາຄັນຂອງສາຍພົວພັນ ທີ່ມີໜຶ່ງບໍ່ມີສອງ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.


ໃນໂອກາດດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງຈົບງາມຂອງການຈັດງານສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນຄັ້ງນີ້ ພ້ອມທັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນການພົບປະຂອງສອງກົມການເມືອງ ກໍຄື ບັນດາຂໍ້ຕົກລົງຂອງສອງລັດຖະບານ ໃຫ້ປະກົດຜົນເປັນຮູບປະທໍາ ຕາມຄາດໝາຍທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ນັບຫຼາຍຂຶ້ນ.