ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່ ປະທານປະເທດລາວ ສືບຕໍ່ເຄື່ອນໄຫວຢ້ຽມຢາມລັດຖະກິດ ຢູ່ ຫວຽດນາມ

Jan 29, 2026

ໃນຕອນເຊົ້າຂອງວັນທີ 27 ມັງກອນ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ໄປວາງພວງມາລາ ທີ່ ອະນຸສາວະລີນັກຮົບວິລະຊົນ ຫວຽດນາມ ແລະ ສຸສານ ປະທານ ໂຮ່ຈິມິນ ເພື່ອສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບປະຕິວັດທີ່ເສຍສະຫຼະເລືອດເນື້ອໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ຄຸນງາມຄວາມດີຂອງ ປະທານ ໂຮ່ຈິມິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ.
ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມພົບປະກັບ ສະຫາຍ ນົງ ດຶກ ແມ້ງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ ຫ້ອງວ່າການສູນກາງພັກ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ສືບຕໍ່ໄດ້ຮັບການເສີມຂະຫຍາຍນັບມື້ນັບກ້າວເຂົ້າສູ່ລວງເລິກ ໂດຍສະເພາະສອງຝ່າຍໄດ້ເພີ່ມພູນຄູນສ້າງສາຍພົວພັນ ຂຶ້ນເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງສອງປະເທດ ພ້ອມທັງຈະສືບຕໍ່ປະກອບສ່ວນຮັດແໜ້ນສາຍສອງຝ່າຍ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ການທີ່ສອງຝ່າຍໄດ້ຍົກລະດັບການພົວພັນຮ່ວມມືຂຶ້ນເປັນຫຸ້ນສ່ວນຍຸດທະສາດນັ້ນ ແມ່ນມີຄວາມໝາຍສໍາຄັນຫຼາຍ ແລະ ແທດເໝາະກັບຍຸດທະສາດຂອງການພັດທະນາຂອງສອງປະເທດໃນປັດຈຸບັນ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ສະຫາຍ ນົງ ດຶກ ແມ້ງ ກໍຄື ບັນດາການນໍາຮຸ່ນອາວຸໂສຂອງຫວຽດນາມ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນການຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ.
May be an image of flower May be an image of dais and text that says 'I I'
ຕໍ່ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງຄະນະພັກ, ອົງການປົກຄອງນະຄອນຫຼວງຮ່າໂນ້ຍ ຢູ່ທີ່ຫ້ອງວ່າການປົກຄອງນະຄອນຫຼວງຮ່າໂນ້ຍ ຊຶ່ງຖືກຕ້ອນຮັບໂດຍ ສະຫາຍ ຫງວຽນ ຢຸ່ຍ ງ໋ອກ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນຫຼວງຮ່າໂນ້ຍ. ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ແຜນການພັດທະນາເສດຖະກິດ-ສັງຄົມ ກໍຄື ບັນດາຜົນສໍາເລັດທີ່ ຄະນະພັກ-ຄະນະນໍາ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໝາກຜົນຕົວຈິງທີ່ ນະຄອນຫຼວງຮ່າໂນ້ຍ ຍາດມາໄດ້ ແລະ ເຫັນເຖິງການພັດທະນາແບບກ້າວກະໂດດ ໃນໄລຍະຊຸມປີຜ່ານມາ, ພ້ອມທັງໄດ້ມີຄໍາເຫັນຊີ້ນໍາໃຫ້ສອງນະຄອນຫຼວງວຽງຈັນ ແລະ ຮ່າໂນ້ຍ ສືບຕໍ່ແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອພ້ອມກັນພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ ໃຫ້ສົມກັບການເປັນຫຸ້ນສ່ວນຍຸດທະສາດຂອງສອງປະເທດ.
ຫຼັງຈາກນັ້ນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍໄດ້ໄປຢ້ຽມຢາມ ກຸ່ມລັດວິສາຫະກິດໄຟຟ້າຫວຽດນາມ (EVN) ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບ ການເຄື່ອນໄຫວບໍລິສັດ, ບາງບົດຮຽນໃນການປະຕິຮູບລັດວິສາຫະກິດ ກໍຄື ການພົວພັນຮ່ວມມື ລະຫວ່າງ ກຸ່ມລັດວິສາຫະກິດ EVN ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຊຶ່ງ ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ ກຸ່ມລັດວິສາຫະກິດ EVN ຍາດມາໄດ້, ພ້ອມທັງໄດ້ເນັ້ນໃຫ້ສືບຕໍ່ເພີ່ມການພົວພັນຮ່ວມມືກັບຂະແໜງການໄຟຟ້າຂອງ ສປປ ລາວ ໂດຍສະເພາະ ລັດວິສາຫະກິດໄຟຟ້າລາວ (EDL).
May be an image of text that says 'THÀNH ỦY HÀ NỘI D' May be an image of newsroom and dais
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ບຸຍ ຖິ ມິງ ຮວ່າຍ ກໍາມະການກົມການເມືອງສູນກາງພັກ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສະຫາຍ ຫງວຽນ ດັກ ວິງ ກໍາມະການສູນກາງພັກ ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ພ້ອມດ້ວຍຄະນະ ທີ່ ໂຮງແຮມ ເມເລຍ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບເຖິງ ຈຸດປະສົງ ແລະ ໝາກຜົນຂອງການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນຕັ້ງໜ້າຂອງອົງການແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ສະມາຄົມມິດຕະພາບ ແລະ ອົງການຈັດຕັ້ງທາງການເມືອງ-ສັງຄົມ ທີ່ໄດ້ປະສານສົມທົບກັນຢ່າງສະໜິດແໜ້ນ ໃນການຈັດຕັ້ງຜັນຂະຫຍາຍບັນດາແຜນການຮ່ວມມື, ຈັດກິດຈະກໍາການເຄື່ອນໄຫວຕ່າງໆ ໃນໂອກາດວັນສໍາຄັນຕ່າງໆຂອງສອງຊາດ ລາວ-ຫວຽດນາມ, ພ້ອມທັງໄດ້ມີທິດຊີ້ນໍາໃຫ້ສອງຝ່າຍ ສືບຕໍ່ກົນໄກປະສານງານ, ແລກປ່ຽນສະພາບການ ແລະ ຂໍ້ມູນຂ່າວສານ, ຊຸກຍູ້ການໄປມາຫາສູ່ກັນ, ສ້າງກິດຈະກໍາຮ່ວມກັນຂອງປະຊາຊົນສອງປະເທດ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ລຽບຕາມຊາຍແດນ, ສືບຕໍ່ເພີ່ມທະວີປຸກລະດົມຊຸກຍູ້, ສຶກສາອົບຮົມ ແລະ ປູກຈິດສໍານຶກໃນທົ່ວສັງຄົມ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມທີ່ມີໜຶ່ງດຽວໃນໂລກນີ້ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຍືນຍົງຢູ່ຄູ່ພາລະກິດການປະຕິວັດຂອງສອງຊາດ ລາວ-ຫວຽດນາມ ຕະຫຼອດໄປ.
May be an image of dais May be an image of text that says 'าม ย่างสุดใจ THĂM VÀ LÀM THUYDIỆNHOADINH THÚY DIỆNHÒABINH THOONG-LUNS Ε!'
ນອກຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ເຂົ້າຮ່ວມງານລ້ຽງນໍ້າຊາ ທີ່ ໂຮງແຮມເມເລຍ ຊຶ່ງຈັດໂດຍ ສະຫາຍ ເຈິ່ນ ເກີ່ມ ຕູ໋ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ອີກດ້ວຍ.
May be an image of text that says 'BINH nHAM VA LAM VIEC TẠI TẠP DOAN ĐIỆN LỰC VIỆT NAM Hà Nội, ngày 27 tháng 01 nảm 2026 า TwNG THOONGLIRIAEHO THOONGLER 3B-ЛHT' May be an image of one or more people, dais and text
ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ