ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V

Feb 22, 2026

ໃນວັນທີ 22 ກຸມພາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່​ ຄະນະ​ບໍລິຫານ​ງານ​ສູນກາງ​ພັກ,​ ປະທານປະເທດແຫ່ງ ສປປ ລາວ ໄດ້ໄປໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງ ບ້ານທ່າພະລານໄຊ​ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.​
May be an image of one or more people and dais May be an image of dais and text
ຢູ່ບ້ານທ່າພະລານໄຊ​ ມີຜູ້ມີສິດເລືອກຕັ້ງ ທັງໝົດ 1.​331 ທ່ານ, ຍິງ 768 ທ່ານ. ການເລືອກຕັ້ງຢູ່ເຂດດັ່ງກ່າວ​ ເຫັນວ່າມີບັນຍາກາດຄຶກຄື້ນ, ພໍ່ແມ່ປະຊາຊົນຕ່າງກໍມາໃຊ້ສິດ ຂອງຕົນຢ່າງເປັນຂະບວນການຟົດຟື້ນ.
May be an image of dais and text May be an image of ‎dais and ‎text that says '‎ทบลาว ขมมยน! ผ้ปะตาลิม ปะติอัดลาว ហាស្ិរារពនដាវៗ อั้มยิม! อิมเฉีย ภาบเลืยกตั้ง สะมาลุ๊ภ สะพานช่างฉาด ខុលប័ และ สะมาษุภ สะพาปะการิ มะถอบทูองวรงจับ ខូពហ៌ំ ย่างสูดใจ อัมทิ 22 ภูมพา ิ22ภุมพา2026 2026 יעות เลา และ บาิบป่รมขัดเลือกตัง ทำบป่วม มขัด เลือง เลือกตั้ว ตั้ง สะมาลุ๊ก สะพาแข่าขาด สะพาน สะน‎'‎‎
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ເນື້ອແທ້ກໍ ແມ່ນເພື່ອປັບປຸງລະບົບອໍານາດລັດໃຫ້ມີຄວາມເຂັ້ມແຂງ, ເປັນການສືບຕໍ່ເຮັດໃຫ້ການແບ່ງງານ, ແບ່ງຄວາມຮັບຜິດຊອບລະຫວ່າງອົງການອໍານາດລັດດ້ວຍກັນ ແລະ ລະຫວ່າງສູນກາງກັບທ້ອງຖິ່ນໃຫ້ລະອຽດຈະແຈ້ງ, ເຮັດໃຫ້ການເຄື່ອນໄຫວຂອງອົງການອໍານາດລັດມີປະສິດທິພາບ, ມີຄວາມສັກສິດ ແລະ ຮັບປະກັນໃຫ້ອໍານາດແຫ່ງລັດ ຂອງພວກເຮົາ​ ເປັນອໍານາດລັດທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ. ການເລືອກຕັ້ງດັ່ງກ່າວນີ້ ແມ່ນຮູບການໜຶ່ງຂອງການຈັດຕັ້ງປະຕິບັດສິດປະຊາທິປະໄຕ ປະຊາຊົນຕາມແນວທາງປ່ຽນແປງໃໝ່ຂອງພັກ ກໍຄື​ ການຈັດຕັ້ງຜັນຂະຫຍາຍເນື້ອໃນ, ຈິດໃຈ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍົກສູງຄຸນນະພາບການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ຂອງອົງການ ຕົວແທນທີ່ມາຈາກການເລືອກຕັ້ງໂດຍກົງຂອງປະຊາຊົນ, ເພື່ອເລືອກເອົາບຸກຄະລາກອນ ທີ່ເປັນ ສສຊ ແລະ ສສຂ ມີມາດຖານຄົບຖ້ວນ ເຂົ້າໄປເຮັດໜ້າທີ່ໃນສະພາຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ.