ໃນວັນທີ 05 ມິຖຸນາ 2026, ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຈ້າວ ເລີ້ຈີ້, ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ໃນລະຫວ່າງວັນທີ 02-06 ມິຖຸນາ 2026.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ດ້ວຍຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ. ພິເສດ ໃນປີ 2024 ທີ່ຜ່ານມາ, ສອງຝ່າຍໄດ້ລົງນາມໃນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່, ອັນໄດ້ກາຍເປັນພື້ນຖານອັນໃໝ່ທີ່ໜັກແໜ້ນ ແລະ ເປັນປັດໄຈຊ່ວຍໜູນທີ່ສໍາຄັນ ໃຫ້ແກ່ ການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄື ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ຢ່າງແທ້ຈິງ ເວົ້າລວມ, ເວົ້າສະເພາະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃນໄລຍະຜ່ານມາ ທີ່ໄດ້ຮັບການພັດທະນາ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ ຊຶ່ງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ, ການໄປມາຫາສູ່ກັນໃນທຸກລະດັບ ນັບແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນ, ມີການແລກປ່ຽນບົດຮຽນ, ຮ່ວມກັນຈັດສໍາມະນາ ແລະ ຝຶກອົບຮົມ ກ່ຽວກັບ ການຈັດຕັ້ງປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ, ສືບຕໍ່ຮັກສາການຮ່ວມມື, ປຶກສາຫາລືກັນຢ່າງໃກ້ຊິດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືໃນຂະແໜງການຕ່າງໆ ທີ່ສືບຕໍ່ຂະຫຍາຍຕົວໃນທຸກດ້ານ ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນໃຫ້ເກີດປະໂຫຍດສູງສຸດ ແລະ ເພີ່ມທະວີການເຊື່ອມໂຢ່ງເຊື່ອມຈອດເສັ້ນທາງລົດໄຟລາວ-ຈີນກັບພາກເຫນືອ. ພ້ອມດຽວກັນນີ້, ສອງຝ່າຍໄດ້ປຶກສາຫາລື ໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີຈະສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈທີ່ເປັນເອກະພາບກັນຂອງການນໍາຂັ້ນສູງຂອງສອງປະເທດ ໃຫ້ແຕກດອກອອກຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍສະເພາະຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ; ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອປົກປັກຮັກສາຄວາມສະຫງົບຕາມຊາຍແດນ, ຕ້ານການກໍ່ອາດຊະຍາກໍາຂ້າມຊາດ, ການສໍ້ໂກງຊັບທາງໂທລະຄົມ, ການຄ້າຂາຍຢາເສບຕິດ ແລະ ອາສະຍາກໍາອື່ນ; ພ້ອມທັງສືບຕໍ່ຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອພາລະກິດການຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ, ລັດຖະບານ, ສະພາຜູ້ແທນປະຊາຊົນທົ່ວປະເທດ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍ ແກ່ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມສະພາທີ່ປຶກສາການເມືອງ ແລະ ສະພາປະຊາຊົນທົ່ວປະເທດຈີນ ຄັ້ງທີ IV ສະໄຫມທີ່ XIV ທີ່ຫາກໍ່ສໍາເລັດໃນຕົ້ນເດືອນມີນາ 2026 ຜ່ານມາ ພ້ອມທັງໄດ້ຢືນຢັນວ່າ ພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍຢຶດຫມັ້ນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນ ແລະ ໃຫ້ການສະໜັບສະໜູນຫລັກການຈີນດຽວ ລວມທັງສະຫນັບສະຫນູນຜົນປະໂຫຍດອັນເປັນແກນກາງຂອງ ສປ ຈີນ ທັງໃນເວທີພາກພື້ນ ແລະ ສາກົນ ລວມທັງໃຫ້ຄວາມສໍາຄັນ ແລະ ຕັ້ງໜ້າເຂົ້າຮ່ວມການຈັດຕັ້ງປະຕິບັດ ບັນດາຂໍ້ລິເລີ່ມຕ່າງໆຂອງຝ່າຍຈີນ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍປະທານສະພາຜູ້ແທນປະຊາຊົນຈີນ ຢ້ຽມຢາມ ສປປ ລາວ ພ້ອມທັງຝາກຄວາມຢ້ຽມຢາມຖາມຂ່າວເຖິງ ສະຫາຍ ຫວັງ ຮູ ນິງ, ປະທານສະພາທີ່ປືກສາການເມືອງທົ່ວປະເທດຈີນ ແລະ ສະແດງຄວາມຂອບໃຈທີ່ສະຫາຍໄດ້ຕາງຫນ້າພັກ-ລັດ ສປ ຈີນ ເຂົ້າຮ່ວມງານ 50 ປີ ສະຖາປະນາ ສປປ ລາວ ທີ່ຜ່ານມາ.

ໃນຂະນະດຽວກັນ, ສະຫາຍ ຈ້າວ ເລີ້ຈີ້, ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ສປ ຈີນ ຄັ້ງນີ້ ຊຶ່ງຈະເປັນຂີດໝາຍອັນສໍາຄັນ ໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ. ສະຫາຍປະທານສະພາຜູ້ແທນປະຊາຊົນຈີນ ຍັງໄດ້ຢືນຢັນຄືນເຖິງການສືບຕໍ່ສະຫນັບສະຫນູນການພັດທະນາ ເພື່ອຮັບປະກັນຜົນປະໂຫຍດອັນເປັນແກນກາງຂອງລາວ. ສະຫາຍຍັງໄດ້ຝາກຄໍາຢື້ຢາມຖາມຂ່າວ ແລະ ເຊື້ອເຊີນສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ມາຢ້ຽມຢາມ ສປ ຈີນ ໃນເວລາທີ່ເຫມາະສົມ, ເພື່ອສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ, ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.


