ໃນຕອນບ່າຍຂອງວັນທີ 14 ພະຈິກ 2026 ທີ່ ສໍານັກງານສະພາສູງກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງ ແຫ່ງ ລາຊະອານາຈັກກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ XX.

ໃນໂອກາດນີ້, ສົມເດັດ ເຕໂຈ ຮຸນແຊນ ໄດ້ສະແດງຄວາມຍິນດີ ແລະ ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ຄັ້ງທີ XX ທີ່ ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ຊຶ່ງ ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັບ ສົມເດັດ ເຕໂຈ ຮຸນແຊນ ອີກຄັ້ງ, ພ້ອມທັງສະແດງຄວາມຊົມເຊີຍ ລາຊະອານາຈັກ ກໍາປູເຈຍ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມ ຝຣັ່ງໂກໂຟນີ ຄັ້ງທີ XX ແລະ ອວຍພອນໃຫ້ກອງປະຊຸມດັ່ງກ່າວປະສົບຜົນສຳເລັດຕາມລະດັບຄາດໝາຍ. ພ້ອມນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ປະຊາຊົນກໍາປູເຈຍ ຍາດມາໄດ້ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນກໍາປູເຈຍ ອັນມີ ສົມເດັດ ເຕໂຈ ຮຸນແຊນ ເປັນປະທານ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມື ໃນຖານະ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກຳປູເຈຍ ທີ່ສະແດງອອກຜ່ານການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ຂອງຄະນະຜູ້ແທນຂັ້ນຕ່າງໆ, ທັງຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ທີ່ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດ. ພິເສດ, ປີ 2026 ແມ່ນປີຄົບຮອບ 70 ປີ (15/6/1956-15/6/2026) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກກໍາປູເຈຍ ຊຶ່ງສອງຝ່າຍໄດ້ຮ່ວມກັນຈັດບັນດາກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ. ສອງຝ່າຍ ໄດ້ຊົມເຊີຍຄວາມຄືບໜ້າຂອງ ລັດຖະບານສອງປະເທດ ທີ່ໄດ້ມີການຈັດຕັ້ງຜັນຂະຫຍາຍ ບັນດາການຕົກລົງ ແລະ ຜົນຂອງການພົບປະ ຂອງການນໍາຂັ້ນສູງຂອງສອງປະເທດ, ໂດຍສະເພາະແມ່ນ ຜົນການພົບປະສຸດຍອດ ຄັ້ງທີ 16 ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີຄວາມສາມັກຄີ, ຊຸກຍູ້ການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ຮັດແໜ້ນການການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ກໍາປູເຈຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃຫ້ນັບມື້ນັບຫຼາຍຂຶ້ນ. ການພົບປະຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ.



