ໃນຕອນເຊົ້າຂອງວັນທີ 11 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ແລະ ສຸສານ ປະທານໂຮ່ຈີ່ມິນ ເພື່ອເປັນການສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈີ່ມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ອ້າຍນ້ອງທະຫານນັກຮົບ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ຕໍ່ສູ້ເພື່ອປະເທດຊາດ ແລະ ປະຊາຊົນໃນສະໄໝສົງຄາມ.





