ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບປະທານສະພາແຫ່ງຊາດ ກູບາ

Nov 5, 2024

ໃນວັນທີ 4 ພະຈິກ 2024, ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເອັສເຕບານ ລາໂຊ ເຮີນານເດສ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ, ປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 3-6 ພະຈິກ 2024.
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາ ຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເອັສເຕບານ ລາໂຊ ເຮີນານເດສ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃນຄັ້ງນີ້. ພ້ອມນີ້, ຍັງໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງສະຫາຍ ໃນຄັ້ງນີ້ ເປັນການຢ້ຽມຢາມ ສປປ ລາວ ເທື່ອທໍາອິດ ໃນນາມທີ່ເປັນປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ.ກູບາ.
ພິເສດ ສະຫາຍ ແລະ ຄະນະ ຍັງຈະໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃນມື້ອື່ນ, ພ້ອມກັນນີ້ ການຢ້ຽມຢາມ ຂອງສະຫາຍປະທານສະພາແຫ່ງຊາດອໍານາດປະຊາ ຊົນ ແຫ່ງ ສ ກູບາ ແມ່ນຢູ່ໃນບັນຍາກາດ ທີ່ ສປປ ລາວ ພວກຂ້າພະເຈົ້າ ທີ່ຫາກໍ່ສໍາເລັດການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມສະມັດຊາໃຫຍ່ລະຫວ່າງຊາດອາຊຽນ ຄັ້ງທີ 45 ໃນທ້າຍເດືອນຕຸລາຜ່ານມາ ແລະ ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານບົນພື້ນ ຖານອຸດົມການສັງຄົມນິຍົມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໂດຍສະເພາະ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສ ກູບາ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.
ໃນໂອກາດດຽວກັນນີ້, ສະຫາຍ ເອັສເຕບານ ລາໂຊ ເຮີນານເດສ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ ສະຫາຍ ທອງລຸນ ສີສຸລິດ ຊາບກ່ຽວກັບຜົນການພົບປະກັບ ສະຫາຍສະພາແຫ່ງຊາດ ສປປ ລາວ ຊຶ່ງສອງຝ່າຍໄດ້ແຈ້ງສະພາບພາຍໃນໃຫ້ກັນຊາບ, ໄດ້ທົບທວນຄືນການພົວພັນຮ່ວມ ມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ, ປຶກສາຫາລືທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ລວມເຖິງການແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.