ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

“ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ສົ່ງສານເສົ້າສະຫຼົດໃຈ”

Jun 17, 2025

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິ ວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ສະຫາຍ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຕໍ່ການມໍລະນະກໍາຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ, ອະດີດຫົວໜ້າ ຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ, ເຊິ່ງມີເນື້ອໃນດັ່ງນີ້:
ຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ, ອະດີດຫົວໜ້າ ຄະນະປະສານງານທົ່ວປະເທດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ສາກົນຊ່ວຍເຫຼືອລາວ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 11 ມິຖຸນາ 2025 ຜ່ານມາ.
ສະຫາຍ ພົວ ຮວີ່ງດັກເຮືອງ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ຢ່າງບໍ່ຮູ້ອິດເມື່ອຍເຂົ້າໃນການເຄື່ອນໄຫວພາລະກິດການປະຕິວັດຂອງ ຫວຽດນາມ. ພ້ອມດຽວກັນ, ສະຫາຍ ຍັງໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດການປະຕິວັດຢູ່ ລາວ, ເຊິ່ງ ສະຫາຍ ໄດ້ຮັບມອບໝາຍໃຫ້ເປັນທີ່ປຶກສາຂອງ ປະທານ ໄກສອນ ພົມວິຫານ, ປະທານ ຄໍາໄຕ ສີພັນດອນ ແລະ ມີຄວາມໃກ້ຊິດຕິດແທດກັບ ພັກ, ລັດ ແລະ ປະຊາຊົນລາວ, ໃນຕະຫຼອດຊີວິດການເຄື່ອນໄຫວຂອງ ສະຫາຍ ແມ່ນໄດ້ອຸທິດແກ່ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ພັດທະນາຍິ່ງໆຂຶ້ນ.
ການຈາກໄປຂອງ ສະຫາຍ ພົນຈັດຕະວາ ຮວີ່ງດັກເຮືອງ ບໍ່ພຽງແຕ່ເປັນການສູນເສຍນັກປະຕິວັດ ທີ່ກ້າແກ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ແຕ່ຍັງເປັນການສູນເສຍເພື່ອນຜູ້ສະໜິດສະໜົມ, ໃກ້ຊິດຕິດແທດທີ່ສູດຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຂອງພວກຂ້າພະເຈົ້າອີກດ້ວຍ. ໃນເວລາອັນໂສກເສົ້າເສຍດາຍນີ້, ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມໂສກເສົ້າເສຍດາຍ, ອາໄລອາວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງ ພັກ, ລັດ ແລະ ປະຊາຊົນຊາຊົນຫວຽດນາມ ພ້ອມດ້ວຍຄອບຄົວ ສະຫາຍ ພົນຈັດຕະວາ ຮວິ່ງດັກເຮືອງ ມານະໂອກາດນີ້ດ້ວຍ.
May be an image of 1 person and text