ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 30 ທັນວາ ຜ່ານມາວ່າ: ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ ໄດ້ດຳ ເນີນກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງກ່ຽວກັບພາລະບົດບາດ, ໜ້າທີ່, ສິດອຳນາດ, ການຈັດຕັ້ງກົງຈັກ, ສາຍພົວພັນວຽກງານຂອງ 13 ອົງການຄະນະວຽກງານພັກ, ຫົວ ໜ່ວຍເຮັດເສດຖະກິດຂອງພັກ, ຄະນະກຳມະການສູນກາງແນວ ໂຮມປະເທດຊາດ ຫວຽດນາມ ແລະ ບົນດາອົງການຈັດຕັ້ງການ ເມືອງ – ສັງຄົມຂັ້ນສູນກາງ. ເຂົ້າຮ່ວມກອງປະຊຸມ ມີທ່ານ ໂຕເລິມເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ, ທ່ານ ເຈິ່ນແທັງເໝິນ ປະ ທານສະພາແຫ່ງຊາດ ຫວຽດນາມ.
ໃນກອງປະຊຸມ, ທ່ານ ໂຕເລິມ ໄດ້ມອບຂໍ້ຕົກລົງຂອງກົມ ການເມືອງກ່ຽວກັບພາລະບົດບາດໜ້າທີ່, ສິດອຳນາດ, ການຈັດ ຕັ້ງກົງຈັກ, ສາຍພົວພັນວຽກງານໃຫ້ແກ່ການນຳ 13 ອົງການຄະ ນະວຽກງານພັກ, ຊຶ່ງລວມມີ: ຄະນະຈັດຕັ້ງສູນກາງພັກ, ຄະນະກຳມະການກວດກາພັກສູນກາງພັກ; ຄະນະວຽກງານການເມືອງພາຍໃນສູນກາງພັກ; ສະຖາປັນການເມືອງແຫ່ງຊາດ ໂຮ່ຈິມິນ; ໜັງສືພິມເຍິນເຢິນ (ປະຊາຊົນ); ວາລະສານ ກົ້ງສານ (ກອມມູ ນິດ); ສຳນັກພິມຈຳໜ່າຍການເມືອງແຫ່ງຊາດຊື້ເທິດ, ອົງການສູນກາງແນວໂຮມປະເທດຊາດ ຫວຽດນາມ; ອົງການສະຫະພັນໃຫຍ່ແຮງງານ ຫວຽດນາມ; ອົງການສູນກາງຄະນະຊາວໜຸ່ມກອມ ມູນິດ ໂຮ່ຈິມິນ; ອົງການສູນກາງສະຫະພັນແມ່ຍິງ ຫວຽດນາມ; ອົງການສູນກາງສະມາຄົມຊາວກະສິກອນ ຫວຽດນາມ ແລະ ອົງ ການສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ.
ທ່ານ ໂຕເລິມ ເນັ້ນໜັກວ່າ 13 ອົງການດັ່ງກ່າວ ໄດ້ຮັບການສັບຊ້ອນຈາກ 19 ອົງການ ຊຶ່ງໄດ້ດຳເນີນຢ່າງວ່ອງໄວຕາມທິດຍົກສູງປະສິດທິພາບ, ປະສິດທິຜົນ, ຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ທ່ານ ໂຕເລິມ ຮຽກຮ້ອງໃຫ້ 13 ອົງການຄະນະວຽກງານພັກດັ່ງກ່າວ ຕ້ອງເຄື່ອນໄຫວຖືກຕ້ອງຕາມພາລະບົດບາດໜ້າທີ່ ນັບແຕ່ຕອນ ບ່າຍວັນທີ 30 ທັນວາ 2024 ເປັນຕົ້ນໄປ, ຮັບປະກັນໃຫ້ບັນດາວຽກງານໄດ້ເຄື່ອນໄຫວເປັນປົກກະຕິ, ບໍ່ຖືກຕັດຕອນ, ຢຸດສະງັກ ຫຼື ປະປ່ອຍ, ບໍ່ປະໃຫ້ເກີດສະພາບການໂຮມເຂົ້າກັນແບບຮູບການຢ່າງເດັດຂາດ.



