ໃນວັນທີ 8 ເມສາ 2026 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດພິທີພົບປະກັບອະດີດການນຳ, ພະນັກງານອາວຸໂສບຳນານ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີອະດີດການນຳ, ພະນັກງານອາວຸໂສບຳນານ ເຂົ້າຮ່ວມ. ການພົບປະດັ່ງກ່າວ, ແມ່ນໄດ້ດໍາເນີນໄປພາຍຫລັງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ດ້ວຍບັນຍະກາດຟົດພື້ນ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງອອກແຮງແຂ່ງຂັນ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ເຂົ້າສູ່ລວງເລິກ, ແຂງແຮງ ດ້ວຍຈິດໃຈບຸກທະລຸ ແລະ ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະເໜີໂດຍສັງເຂບກ່ຽວກັບເນື້ອໃນຈິດໃຈສຳຄັນເປັນຕົ້ນແມ່ນການຄົ້ນຄວ້າ ແລະ ພິຈາລະນາ ຮັບຮອງເອົາບັນດາແນວທາງ, ນະໂຍບາຍ, ການປັບປຸງ, ປ່ຽນແປງຂອງພັກ ແລະ ລັດ ແນໃສ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຊັ່ນ: ການປະຕິຮູບລະບົບການບໍລິຫານລັດ ໃຫ້ມີຄວາມຄ່ອງຕົວ, ມີປະຊາທິປະໄຕ ລວມສູນກວ່າເກົ່າ; ຕົກລົງແບ່ງພາລະບົດບາດຂອງຜູ້ເປັນເລຂາພັກນະຄອນຫລວງ, ແຂວງ ກັບປະ ທານຄະນະກຳມະການປົກຄອງນະຄອນຫລວງ, ແຂວງ, ເມືອງ; ຕົກລົງສ້າງຕັ້ງຕາແສງຄືນໃໝ່ ປ່ຽນແທນການສ້າງກຸ່ມບ້ານ; ຍຸບ ແລະ ໂຮມບາງກະຊວງ-ຂະແໜງການ ທີ່ມີບົດບາດຄ້າຍຄືກັນເຂົ້າເປັນກະຊວງດຽວ; ຫັນເປັນທັນສະໄໝໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ການຄຸ້ມຄອງວຽກງານງົບປະມານ ແລະ ວຽກງານເງິນຕາໃຫ້ຮັດກຸມ; ປັບປຸງລະບົບກວດກາ, ກວດສອບການຕ້ານການສໍ້ລາດບັງຫລວງ, ຕ້ານປະກົດການຫຍໍ້ທໍ້ດ້ານອື່ນໆ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຖືເປັນເຫດການການເມືອງ ທີ່ມີຄວາມໝາຍສໍາຄັນອີກບັ້ນໜຶ່ງ ທີ່ບັນທຶກໄວ້ໃນໜ້າປະຫວັດສາດ ຂອງພັກ ແລະ ຊາດລາວ ຊຶ່ງໄດ້ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”; ເປັນການເປີດສາກໃຫ້ແກ່ໄລຍະໃໝ່ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ໄຂວິໄສທັດໄລຍະຍາວ, ກໍານົດເປົ້າໝາຍທີ່ຈະແຈ້ງ; ຢັ້ງຢືນເຖິງຄວາມຕັດສິນໃຈທີ່ກ້າຫານໃນການສະແຫວງຫາສັດຈະທຳໃນຄວາມເປັນຈິງ ໃນສະຕິປັນຍາ ແລະ ຄວາມສາມາດໃນການນຳພາຂອງພັກ; ຕັດສິນໃຈສືບຕໍ່ນໍາພາປະເທດຊາດກ້າວເດີນ, ກ້າວຂຶ້ນສູ່ສັງຄົມນິຍົມດ້ວຍເງື່ອນໄຂແຫ່ງຄວາມເປັນຈິງ ຂອງປະເທດເຮົາ ຊຶ່ງເອກະສານສຳຄັນທີ່ຜ່ານ ແລະ ຖືກຮັບຮອງເອົາຂອງກອງປະຊຸມໃຫຍ່ ຄັ້ງທີ XII ໂດຍສະເພາະແມ່ນໂຄງການການເມືອງ ສະບັບທີ 3 ຂອງພັກ ທີ່ໄດ້ວາງວິໄສທັດ, ໜ້າທີ່ຍຸດທະສາດຂອງການປະຕິວັດ, ເສັ້ນທາງກ້າວເດີນຂອງປະເທດຊາດ ທີ່ຈະແຈ້ງ, ເປັນລະບົບ, ມີຄວາມຕໍ່ເນື່ອງ ຮອດປີ 2055 ຄື: “ສູ້ຊົນໃຫ້ປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຢ່າງຮອບ ດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສໍາລານ”.
ພ້ອມກັນນີ້, ກອງປະຊຸມໄດ້ປະກອບຄຳຄິດ-ຄຳເຫັນ ກໍຄື ຂໍ້ສະເໜີແນະຕ່າງໆ ທີ່ເປັນປະໂຫຍດຢ່າງກົງໄປກົງມາ ຈາກບັນດາອະດີດການນຳ, ພະນັກງານອາວຸໂສບຳນານ ເພື່ອນຳໄປຄົ້ນຄວ້າ, ວິເຄາະວິໄຈ, ນຳພາ-ຊີ້ນໍາ ແລະ ດຳເນີນການແກ້ໄຂຢ່າງທັນການ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມເຊື່ອໝັ້ນ ແລະ ຫວັງເປັນຢ່າງຍິ່ງວ່າ ບັນດາສະຫາຍອະດີດການນຳ, ພະນັກ ງານອະວຸໂສບຳນານ ຈະສືບຕໍ່ໃຫ້ການສະໜັບສະໜູນ, ໃຫ້ກໍາລັງໃຈ ແລະ ໃກ້ຊິດຕິດແທດ, ຊ່ວຍຊີ້ແນະ ແລະ ປະກອບຄໍາເຫັນ ທີ່ເປັນປະໂຫຍດ, ສ້າງສັນຕໍ່ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ກໍຄື ບັນດາອົງການໃນລະບົບການເມືອງ ແຕ່ສູນກາງລົງຮອດທ້ອງຖິ່ນ ຕໍ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃນ 5 ປີຕໍ່ໜ້າ, ເຮັດໃຫ້ຄາດໝາຍສູ້ຊົນຕ່າງໆທີ່ວາງອອກ ໄດ້ຮັບຜົນສໍາເລັດທີ່ເປັນຮູບປະທໍາ. ພ້ອມທັງອວຍພອນໃຫ້ບັນດາສະຫາຍອະດີດການນຳ, ພະນັກງານອະວຸໂສບຳນານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກກາຍສະບາຍໃຈ ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້.
ພາບ: ອ່າຍຄຳ


