ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖີງການນໍາ ສປປ ລາວ

Apr 8, 2025

ໃນວັນທີ 7 ເມສາ 2025 ນີ້, ທ່ານ: ອັນໂຕນິໂອ ກູເຕເຣສ (António Guterres), ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ການຈາກໄປຂອງ ພະນະທ່ານ: ພົນເອກ ຄໍາໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ. ເນື້ອໃນຂອງສານໄດ້ຂຽນວ່າ: “ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ພະນະທ່ານ ຄຳໄຕ ສີພັນດອນ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຕະຫຼອດຊີວິດຂອງທ່ານ ທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ໄດ້ກາຍເປັນສັນຍາລັກອັນສໍາຄັນຍິ່ງ. ຄຸນງາມຄວາມດີຂອງທ່ານ ໃນການຊີ້ນໍານໍາພາສ້າງສາພັດທະນາປະເທດຊາດຈະຖືກຈົດຈໍາໄວ້ໃນຈິດໃຈຂອງປະຊາຊົນລາວຕະຫຼອດໄປ. ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ມາຍັງຄອບຄົວຂອງທ່ານ, ໂດຍສະເພາະລູກຊາຍຂອງທ່ານ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ແລະ ປະຊາຊົນ ສປປ ລາວ ທຸກຖ້ວນໜ້າ”. ໃນວັນດຽວກັນ, ທ່ານ: ອາຄິມ ສະໄຕເນີ (Achim Steiner), ຜູ້ອໍານວຍການໃຫຍ່ ອົງການ ສປຊ ເພື່ອການພັດທະນາ (UNDP) ກໍ່ໄດ້ສົ່ງຈົດຫມາຍສະແດງຄວາມເສົ້າສະຫລົດໃຈ ແລະ ກ່າວເຖິງຄຸນງາມຄວາມດີຂອງ ທ່ານ ອະດີດປະທານປະເທດ ແຫ່ງ ສປປ ລາວ. ໂດຍພາຍໃຕ້ການນໍາພາຂອງ ທ່ານ ໃນຕະຫລອດໄລຍະຫລາຍປີຜ່ານມາ, ເຮັດໃຫ້ການຮ່ວມມືລະຫວ່າງອົງການ UNDP ແລະ ລັດຖະບານ ສປປ ລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແຫນ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມ, ການຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊັບພະຍາກອນມະນຸດ. ກ່ອນຫນ້ານີ້ຄື ໃນລະຫວ່າງວັນທີ 3-4 ເມສາ 2025, ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ທີ່ ນິວຢອກ ກໍໄດ້ຈັດພິທີໄວ້ອາໄລຕໍ່ການຈາກໄປຂອງ ພະນະທ່ານ ພົນເອກ ຄໍາໄຕ ສີພັນດອນ, ເຊິ່ງໄດ້ມີບັນດາເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນ ແລະ ຜູ້ຕາງຫນ້າຂັ້ນສູງ ຈາກສຳນັກງານປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ມາຮ່ວມລົງນາມໃນປຶ້ມໄວ້ອາໄລ ແລະ ສົ່ງສານເສົ້າສະຫຼົດໃຈ ຈໍານວນຫລາຍກວ່າ 50 ພາກສ່ວນ.
May be an image of 5 people and dais
May be an image of 6 people and wedding