ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາພັກເມືອງຫົງສາ ລົງກວດກາເບິ່ງຈຸດທີ່ຕັ້ງຜັງບ້ານຈັດສັນໃໝ່ ໃຫ້ປະຊາຊົນບ້ານຄົກແອກ ທີ່ຖືກຜົນກະທົບຈາກເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງ.

May 21, 2025

ໃນວັນທີ 17 ພຶດສະພາ 2025, ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ພ້ອມດ້ວຍຮອງເຈົ້າເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ, ໄດ້ລົງກວດກາເບິ່ງຈຸດທີ່ຕັ້ງຂອງຜັງບ້ານຈັດສັນໃໝ່ ໃຫ້ປະຊາຊົນບ້ານຄົກແອກ ທີ່ຖືກຜົນກະທົບຈາກເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງ, ໂດຍມີຕາງຫນ້າບໍລິສັດພອນສະຫວັນພັດທະນາຈຳກັດຜູ້ດຽວ (PVD), ວິຊາການສຳຫຼວດອອກແບບບໍລິສັດ psgc, ອົງການປົກຄອງບ້ານຄົກແອກ ພ້ອມດ້ວຍປະຊາຊົນທີ່ຈະໄດ້ຍົກຍ້າຍເຂົ້າຮ່ວມ.
ການລົງກວດກາໃນຄັ້ງນີ້ ແມ່ນໄດ້ສຳຫຼວດເບິ່ງຈຸດທີ່ຕັ້ງຂອງຜັງບ້ານທີ່ຈະຍົກຍ້າຍ ເນື່ອງຈາກໄດ້ຮັບຜົນກະທົບຈາກການສ້າງເຂື່ອນໄຟຟ້ານ້ຳຂອງຈຸດຫຼວງພະບາງ ຕາມຂໍ້ມູນເບື້ອງຕົ້ນແມ່ນມີ ຈຳນວນ 13 ຄອບຄົວ, ນອກຈາກນີ້ຍັງຈະໄດ້ປະເມີນລະດັບຄວາມສ່ຽງຕື່ມໃນການຍົກຍ້າຍອີກຕາມຂັ້ນຕອນ, ຕາມການລົງພື້ນທີ່ຕົວຈິງ, ຕາມຫຼັກວິຊາການດ້ານການສຳຫຼວດອອກແບບ ແລະ ການພົບປະໂອ້ລົມປະຊາຊົນທີ່ຖືກຜົນກະທົບ ແມ່ນໄດ້ມີຄວາມເອກະພາບກັນໃນການກຳນົດຈຸດຂະຫຍາຍຜັງບ້ານໃຫມ່ທີ່ ມີຄວາມເຫມາະສົມໃນການພັດທະນາໃນຕໍ່ຫນ້າໃຫ້ຄອບຄົວທີ່ຖືກຍົກຍ້າຍ, ປະຊາຊົນແມ່ນມີຄວາມເຫັນດີເຫັນພ້ອມໃນການຍົກຍ້າຍໄປບ່ອນໃຫມ່ທີ່ທາງຂັ້ນເທິງຈັດສັນໃຫ້ ເພື່ອເຮັດໃຫ້ພື້ນຖານໂຄງລ່າງກໍຄືການດຳລົງຊີວິດດີຂຶ້ນກວ່າເກົ່າ, ສ່ວນການຊົດເຊີຍຜົນເສຍຫາຍຕ່າງໆ ແມ່ນຈະໄດ້ປະຕິບັດຕາມລະບຽບການທີ່ວາງອອກ, ນອກຈາກນີ້ຍັງໄດ້ກຳນົດຈຸດຖິ້ມຂີ້ເຫຍື້ອ, ສ່ວນການກໍ່ສ້າງພື້ນຖານໂຄງລ່າງຂອງເຂດຈັດສັນຜັງບ້ານໃຫມ່ນີ້ທາງບໍລິສັດຜູ້ພັດທະນາໂຄງການຈະນຳໄປອອກແບບລະອຽດ ແລ້ວຈຶ່ງເອກະພາບກັນກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ຖືກຕ້ອງຕາມມາດຖານເຕັກນິກທີ່ວາງໄວ້.
ຂ່າວ-ພາບ: ຖວທ ຫົງສາ