ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາພັກເມືອງຫົງສາ ລົງກວດກາເສັ້ນທາງ ຫົງສາ – ທ່າຊ່ວງ – ແກ້ງແອນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

Jul 27, 2025

ໃນວັນທີ 26 ກໍລະກົດ 2025, ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາເບິ່ງເສັ້ນທາງ ຫົງສາ – ທ່າຊ່ວງ – ແກ້ງແອນ ທີ່ໄດ້ຮັບຜົນກະທົບເນື່ອງຈາກຝົນຕົກຫນັກ ຍ້ອນພາຍຸໝຸນເຂດຮ້ອນວິພາ ໃນໄລຍະຜ່ານມາ ຜ່ານການລົງກວດກາຕົວຈິງເຫັນວ່າ ເສັ້ນທາງດັ່ງກ່າວມີດິນ ແລະ ຫີນເຈື່ອນຖົມທາງຫຼາຍຈຸດ ອົງການປົກຄອງເມືອງໄດ້ອະນຸຍາດໃຫ້ບໍລິສັດໄລອັອນຄິງ ກໍ່ສ້າງຂົວທາງ ແລະ ເຄຫາສະຖານຈໍາກັດ ເປັນຜູ້ແກ້ໄຂສຸກເສີນເບື້ອງຕົ້ນເພື່ອເຮັດໃຫ້ການສັນຈອນໄປມາສະດວກດີຂຶ້ນ. ນອກຈາກນີ້ຍັງໄດ້ຢ້ຽມເບິ່ງໂຄງການກໍ່ສ້າງໂຮງຮຽນ ແລະ ຫໍພັກນັກຮຽນຍິງ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານທ່າຊ່ວງຕື່ມອີກ.
May be an image of 5 people May be an image of 4 people and grass
May be an image of grass
ຂ່າວ-ພາບ: ຖວທ ຫົງສາ.