ໃນວັນທີ 4 ກຸມພາ 2025, ທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ ໄດ້ລົງຕິດຕາມການສ້າງທາງເບຕົງເຂົ້າໂຮງໝໍນ້ອຍຈອມທອງ ບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ມີພະນັກງານຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ການສືບຕໍ່ກໍ່ສ້າງທາງເບຕົ່ງເຂົ້າໂຮງໝໍນ້ອຍຈອມທອງ ແມ່ນການປະກອບສ່ວນແຮງງານຂອງປະຊາຊົນ ຈຳນວນ 8 ບ້ານອ້ອມຂ້າງກຸ່ມຈອມທອງ, ທຶນຊື້ວັດຖຸອຸປະກອນແມ່ນທ່ານເຈົ້າແຂວງເປັນຜູ້ລະດົມທຶນປະກອບສ່ວນເງິນສົດ ຈຳນວນ 50.000.000 ກີບ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ເປັນໃຈກາງລະດົມທືນນຳບັນດາພາກສ່ວນບໍລິສັດປະກອບສ່ວນສີມັງ 20 ໂຕນ. ມູນຄ່າ 34.000.000 ກີບ, ເສັ້ນທາງມີຄວາມຍາວ 176 ແມັດ, ກວ້າງ 5 ແມັດ ຄວາມໜາແມ່ນ 15 ຊັງຕີແມັດ.
ພາບ-ຂ່າວ: ທອງວັນດີ






