ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາພັກແຂວງຈຳປາສັກ ຢ້ຽມຊົມຮ້ານວາງສະແດງສິນຄ້າ​ ໃນກອງປະຊຸມ​ອົງຄະນະພັກເມືອງຊະນະສົມບູນ

Mar 26, 2025

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IX​ ຂອງ​ເມືອງຊະນະສົມບູນ​ ແຂວງຈໍາປາສັກ ທີ່ເປີດຂຶ້ນ​ ໃນວັນທີ 26 ມີນາ​ 2025 ຢູ່ສະໂມສອນ​ເມືອງ.​
ເວລາພັກຜ່ອນ,​ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານານພັກແຂວງ ເຈົ້າແຂວງຈຳປາສັກ​ ພ້ອມ​ການນໍາ​ ແລະ ແຂກທີ່​ເຂົ້າຮ່ວມ​ກອງປະຊຸມ​ ກໍໄດ້ເຄື່ອນໄຫວຢ້ຽມຢາມຮ້ານວາງສະແດງຜະລິດຕະພັນຫັດຖະກໍາຜ້າຝ້າຍ ແລະ​ ຫັດຖະກໍາຈັກສານ ທີ່ເຂົ້າຮ່ວມວາງສະແດງໃນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ​ຊະນະສົມບູນ​.
ຂ່າວ​-ພາບ​: ທູນທອງໃຈ