ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ ປອ. ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ ກັບ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ນຳໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ; ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ-ຮອງຫົວໜ້າ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກ ຫສນຍ ແລະ ກະຊວງ ຍທຂ ເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນລົງເລິກຄົ້ນຄວ້າ ແລະ ປຶກສາຫາລື ຕໍ່ບັນດາທິດຊີ້ນຳ ຂອງລັດຖະບານ ໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ເພື່ອຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ ໃຫ້ເປັນແຜນການ-ແຜນງານ ແລະ ໂຄງການລະອຽດ ໃນແຕ່ດ້ານຢ່າງວ່ອງໄວ ບົນພື້ນຖານສອດຄ່ອງກັບທ່າແຮງ ແລະ ຄວາມສາມາດຕົວຈິງຂອງປະເທດເຮົາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ທາງດ້ານໂຄງລ່າງພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືການໄປມາ ແລະ ດຳລົງຊີວິດຂອງປະຊາຊົນ ມີຄວາມສະດວກ, ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ ຕາມຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຈຳນວນ 8 ຂໍ້ ກໍ່ຄືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ສະບັບເລກທີ 1514/ຫສນຍ, ລົງວັນທີ 28 ຕຸລາ 2026 ໃຫ້ປະກົດຜົນເປັນຈິງ.

ຜ່ານການປຶກສາຫາລື, ສອງຝ່າຍເຫັນດີ ສ້າງກົນໄກການປະສານງານເຊິ່ງກັນ ແລະ ກັນ ໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ແລະ ທັນການກວ່າເກົ່າ; ໃຫ້ມີການຈັດກອງປະຊຸມປຶກສາຫາລືຮ່ວມກັນ ປະຈຳ 3 ເດືອນ, 6 ເດືອນ ຢ່າງເປັນປົກກະຕິ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ໂດຍມອບໃຫ້ບັນດາກົມທີ່ກ່ຽວຂ້ອງ ພົວພັນ-ປະສານງານ ໃນການຕິດຕາມ, ກວດກາ, ຊຸກຍູ້ ແລະ ລາຍງານ ຜົນການຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງລັດຖະບານ ຢ່າງເປັນປົກກະຕິ ເພື່ອຮ່ວມກັນຄົ້ນຄວ້າວາງທິດທາງແຜນການ ໃຫ້ສອດຄ່ອງ, ມີປະສິດທິພາບ, ປະສິດທິຜົນ ແລະ ເປັນເອກະພາບສູງ ໃນການຈັດຕັ້ງປະຕິບັດ ແລະ ລາຍງານລັດຖະບານ ໃນແຕ່ລະໄລຍະ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.


