ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລັ່ງຟື້ນຟູບ້ານປ່າປົວະພາຍຫລັງນໍ້າຖ້ວມ

Sep 15, 2024

ປ່າປົວະ ເປັນອີກຫນື່ງບ້ານໃນຈໍານວນ 10 ບ້ານ ທີ່ນອນໃນເທດສະບານເມືອງຫລວງນໍ້າທາ ເເຂວງຫລວງນໍ້າທາ ໄດ້ຮັບຜົນກະທົບຫລາຍສົມຄວນ ຈາກສະພາບນໍ້າຖ້ວມໃນວັນທີ 9 ຫາ 11 ກັນຍາ 2024 ເຮັດໃຫ້ມີ 138 ຫລັງຄາເຮືອນ, 160 ຄອບຄົວ ໄດ້ຮັບຜົນກະທົບ ໃນນີ້ມີຜົນກະທົບຫນັກ 31 ຫລັງຄາເຮືອນ, ປານກາງ 33 ຫລັງຄາເຮືອນ ເເລະ ມີຜົນກະທົບເລັກນ້ອຍ 74 ຫລັງຄາເຮືອນ ປັດຈຸບັນ ສະພາບນໍ້າຖ້ວມໄດ້ບົກເເຫ້ງ ເເລະ ກັບ ຄືນສູ່ສະພາບປົກກະຕິເເລ້ວ ເເຕ່ປະຊາຊົນຍັງຕ້ອງການຄວາມຊ່ວຍເຫລືອຈາກສັງຄົມຢ່າງຕໍ່ເນື່ອງ.
ທ່ານ ບຸນຄົງ ວຽງບົວລາ ປະທານເເນວລາວສ້າງຊາດ ບ້ານປ່າປົວະ ເມືອງຫລວງນໍ້າທາ ເເຂວງຫລວງນໍ້າທາ ໃຫ້ສໍາພາດວ່າ: ສະພາບນໍ້າຖ້ວມທີ່ເກີດຂຶ້ນ ມີລັກສະນະເປັນໄຫລຊຸທັ່ງ ເເລະ ເຮັດໃຫ້ເຊືອນຊານປະຊາຊົນ ເນື້ອທີ່ເຮັດການຜະລິດ ຂອງປະຊາຊົນ ລວມເຖີງພື້ນຖານໂຄງລ່າງເສຍຫາຍຈໍານວນຫນື່ງ, ໄລຍະຜ່ານມາມີນໍ້າຖ້ວມເກີດຂຶ້ນ ເເຕ່ບໍ່ຮຸນເເຮງເທົ່າກັບຄັ້ງນີ້, ປັດຈຸບັນອົງການປົກຄອງບ້ານ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ຊ່ວຍເຫລືອປະຊາຊົນເຮັດອະນາໄມຕາມເຮືອນຊານ, ພ້ອມທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ການຊ່ວຍເຫລືອເພີ່ມຕື່ມ ໂດຍສະເພາະເຄື່ອງນຸ່ງຫົ່ມ, ບ່ອນນອນ, ເຂົ້າສານອາຫານເເຫ້ງ ເເລະ ເຄື່ອງໃຊ້ທີ່ຈໍາເປັນ.
#ເດດອາລຸນ ແກ້ວວິໄລ #ວສລ